ທ່ານປະທານປະເທດ Truong Tan Sang ຕ້ອນຮັບຜູ້ອຳນວຍການໃຫຍ່ Rosatom

ທ່ານປະທານປະເທດ Truong Tan Sang      ຕ້ອນຮັບຜູ້ອຳນວຍການໃຫຍ່ Rosatom - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang 
ຕ້ອນຮັບທ່ານ Sergey Kirienko
ພາບ:vietnamplus.vn


(vovworld) - ຕອນ​ເຊົ້າ​ວັນ​ທີ 30/3, ກ່າວ​ຄ​ຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Sergey Kirienko ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ພະລັງງານ​ປະລະມານູ​ແຫ່ງ​ຊາດ​ລັດ​ເຊຍ (Rosatom) ມາ​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ຫວຽດນາມ Truong Tan Sang ຊີ້​ແຈງ​ວ່າ ຫວຽດນາມ ພວມ​ໃນ​ໄລຍະ​ປະຕິບັດ​ຍຸດ​ທະ​ສາດ​ເສດຖະກິດ​ສັງຄົມ ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ ດ້ວຍ​ການ​ຍູ້​ແຮງ​ການ​ພັດທະນາ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ປາຍ​ແຫລມ. ຕໍ່ຫນ້າ​ຄວາມ​ຕ້ອງການ​​ໄຟຟ້າ​ເພີ່ມ​ຂຶ້ນ​, ​ເລື່ອງ​ຜັນ​ຂະຫຍາຍ​ຮັບປະກັນ​ລະດັບ​ຄວາມ​ໄວ, ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ ​ແມ່ນ​ສິ່ງ​ທີ່​ຈຳ​ເປ​ັນທີ່​ສຸດ ​ແລະ ມີ​ຄວາມ​ໝາຍສຳຄັນ. ທ່ານ​ປະທານ​ປະ​ເທດ ສະ​ເຫ​ນີ​ໃຫ້​ບັນດາ​ຜູ້​ຊ່ຽວຊານ​ຂອງ​ກຸ່ມ​ບໍລິສັດ (Rosatom) ​ກະກຽມ​ສຳ​ເນົາເອກະສານ​ຢ່າງຄົບ​ຖ້ວນ​ເພື່ອ​ລາຍ​ງານ​ບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ ​ແລະ ​ແຈ້ງ​ໃຫ້​ປະຊາຊົນ​ ຫວຽດນາມ ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ໂຄງການ​ນີ້. ທ່ານ​ປະທານ​ປະ​ເທດ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ເລື່ອງ​ຜັນ​ຂະຫຍາຍ​ໂຄງການ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ Ninh Thuan, ດ້ວຍວຽກ​ງານ​ບຳລຸງ​ສ້າງ​ຂອງ ​ລັດ​ເຊຍ ​ຫວຽດນາມ ຈະ​ສ້າງຖັນ​ແຖວ​ຜູ້​ຊ່ຽວຊານ​ເກັ່ງ​ກ່ຽວ​ກັບ​ຂົງ​ເຂດ​ນີ້. ຜູ້ອຳນວຍການ​ໃຫຍ່ Rosatom ຢືນຢັນ​ວ່າ ຈະ​ພະຍາຍາມ​​ເພື່ອ​ສຳ​ເລັດ​ໂຄງການ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ Ninh Thuan ດ້ວຍ​ຄຸນ​ນະພາ​ບດີ​ທີ່​ສຸດ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ ຫວຽດນາມ ​ເພື່ອ​ໃຫ້​ກາຍ​ເປັນ​ກິດຈະກຳ​ແບບຢ່າງ​ຂອງ ລັດ​ເຊຍ ຢູ່ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ທີ 3.

ຂ່າວ/ບົດ​ອື່ນ