ທ່ານປະທານປະເທດ Truong Tan Sang ຕ້ອນຮັບຫົວໜ້າອົງການ ໄອຍະການປະຊາຊົນລາວ

ທ່ານປະທານປະເທດ Truong Tan Sang ຕ້ອນຮັບຫົວໜ້າອົງການ ໄອຍະການປະຊາຊົນລາວ - ảnh 1
ທ່ານ​ປະທານ​ປະ​ເທ​ດ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ
​ທ່ານ ຄຳ​ສານ ສຸ​ວົງຫົວໜ້າ​ອົງການ​ໄອຍະ​ການ​ປະຊາຊົນ​ສູງ​ສຸດ​​ລາວ
( ພາບ: vietnamplus.vn )


( vovworld ) – ຕອນ​ບ່າຍ​ວັນ​ທີ 27/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທ​ດ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຄຳ​ສານ ສຸ​ວົງ ກຳມະການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະຕິວັດ​ລາວ, ຫົວໜ້າ​ອົງການ​ໄອຍະ​ການ​ປະຊາຊົນ​ສູງ​ສຸດ​ຂອງ​ລາວ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ. ທ່ານ​ປະ​ທານ​ປະ​ເທດ Truong Tan Sang ​​ຢືນຢັນ​ວ່າ, ດ້ວຍ​ນ​້ຳ​ໃຈສາມັກຄີ​ມິດຕະພາບຖາ​ນ​ອ້າ​ຍນ້ອງ, ຫວຽດນາມ ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ລາວ​ ໃນ​ທຸກໆ​ຂົງ​ເຂດ, ​ໃນ​ນັ້ນ​ຂະ​ແໜງ​ໄອ​ຍະ​ການຫວຽດນາມ ກໍ​ຈະ​ເພີ່ມທະວີ​ການ​ຮ່ວມ​ມື​ກັບ​ຂະ​ແໜງ​ໄອ​ຍະ​ການ​ລາວ​ ຫຼາຍກວ່າ​ອີກ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ, ຕໍ່ສູ້​ກັບ​ພວກ​ອາດຊະຍາ​ກຳ​​ໂດຍ​ສະ​ເພາະ​ແມ່ນ​​ອາດຊະຍາ​ກຳ​​ຢູ່​ຕາມເສັ້ນ​ຊາຍ​ແດນ ​ແລະ ອາດຊະຍາ​ກຳ​ຂ້າມ​ຊາດ. ທ່ານ​ປະທານ​ປະ​ເທ​ດ​ກໍ​ປາດ​ຖະໜາ​ວ່າ, ສອງ​ຝ່າຍ​ຄວນ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ລະຫວ່າງ​ສອງ​ປະ​ເທດ ບໍ່​ພຽງ​ແຕ່​ຢູ່​ຂັ້ນ​ສູນ​ກາງ​ເທົ່າ​ນັ້ນ ຫາກ​ຍັງຢູ່​ທຸກໆ​ຂັ້ນ​ອີກ​ດ້ວຍ​ເພື່ອ​ແລກປ່ຽນ​ບົດຮຽນ, ບັນດາ​ຮູບ​ແບບ​ດີ​ເດັ່ນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ກໍ​ເນັ້ນ​ໜັກ​ວ່າ ​ດ້ວຍບົດບາດ​, ທີ່​ຕັ້ງສຳຄັນ​ຂອງ​ຂະ​ແໜງ​ໄອ​ຍະ​ການ, ສອງ​ຝ່າຍ​ຄວນ​ສົມທົບ​ກັນເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພາກ​ພື້ນ​ຢ່າງ​ແໜ້ນ​ແຟ້ນ​.

   ສ່ວນທ່ານ ຄຳ​ສານ ສຸ​ວົງ ໃຫ້​ຮູ້​ວ່າ, ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ອົງການ​ໄອ​ຍະ​ການ​ລະຫວ່າງ​ສອງ​ປະ​ເທດຍິ່ງ​ກ່ວາ​ອີກ, ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ໃນ 9 ຂົງ​ເຂດ​ທີ່​ສະ​ແດງ​ໃຫ້​ເຫັນ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ສອງ​ພັກ, ສອງ​ລັດ, ຜ່ານ​ນັ້ນ​ເພີ່ມ​ທະວີ​ສາຍ​ພົວພັນ​ສາມັກຄີ​ສັດ​ຊື່ບໍລິສຸດລະຫວ່າງຫວຽດນາມ ​ແລະ ລາວ​ ​ໃຫ້​ດີ​ຍິ່ງໆ​ຂຶ້ນ.

ຂ່າວ/ບົດ​ອື່ນ