ທ່ານປະທານປະເທດ Truong Tan Sang ຕ້ອນຮັບອະດີດນັກໂທດ ການເມືອງ ເມືອງ 2 ນະຄອນໂຮ່ຈິມິນ

ທ່ານປະທານປະເທດ Truong Tan Sang ຕ້ອນຮັບອະດີດນັກໂທດ ການເມືອງ ເມືອງ 2 ນະຄອນໂຮ່ຈິມິນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang
ຕ້ອນຮັບ​ຄະນະອະດີດ​ນັກ​ໂທດ​ການ​ເມືອງ
( ພາບ: vietnamnet.vn )


(vovworld) - ຕອນ​ບ່າຍ​ວັນ​ທີ 16/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະອະດີດ​ນັກ​ໂທດ​ການ​ເມືອງ ​ເມືອງ 2 ນະຄອນ​ໂຮ່ຈິ​ມິນ ​ເນື່ອງ​ໃນ​ໂອກາດທີ່​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ​ໄດ້​ຕີ​ລາຄາ​ສູງ​ການ​ອຸ​ທິດສ່ວນ​ຂອງ​ນັກຮົບ​ປະຕິວັດລຸ້ນຕ່າງໆ ຜ່ານການ​ຕໍ່ຕ້ານ​ຕ່າງໆ. ລາຍ​ງານ​ບັນຫາ​ສຳຄັນກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ວ່າ.

        “ພວກ​ເຮົາ​ພວມ​ດຳ​ເນີນ​ກິດຈະການ​ຫັນ​ປະ​ເທດເປັນ​ອຸດສາຫະກຳ ​ແລະ ທັນສະ​ໄໝ, ຕ້ອງ​ມານະ​ພະຍາຍາມ​ຈົນ​ສຸ​ດຄວາມ​ສາມາດ​ຂອງ​ຕົນ​ ​ໃນແຕ່​ລະ​ຖານະຕຳ​ແໜ່​ງທີ່​ແຕກ​ຕາງ​ກັນ​ໃນ​ຈຸ​ພັກ, ໜ່ວຍ​ພັກ ຈາກເຂດຊຸມ​ຊົນ, ຄຸ້ມ​ຖະ​ໜົນ, ​ເມືອງ, ​ແຂວງ, ນະ​ຄອນ ຕ້ອງພະຍາຍາມ​​ເພື່ອ​ໃຫ້​ຫົວໜ່ວຍ​ທີ່​ຕົນ​ພວມ​ເຄື່ອນ​ໄຫວ​ດຳ​ເນີນຊີວິດ​ຢ່າງໝັ້ນຄົງ​ເຂັ້ມ​ແຂງ ​ແລະ ບັນລຸຜົນງານ​ຫຼາຍ​ຢ່າງ.”

ຂ່າວ/ບົດ​ອື່ນ