ທ່ານປະທານປະເທດ Truong Tan Sang ພົບປະກັບບັນດາຫົວໜ້າ ສະຫະກອນຕົວແບບ

 

ທ່ານປະທານປະເທດ    Truong Tan Sang ພົບປະກັບບັນດາຫົວໜ້າ ສະຫະກອນຕົວແບບ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ໂອ້ລົມກັບບັນດາຜູ້ແທນ
Vovworld- ຕອນ​ບ່າຍ​ວັນ​ທີ 11 ​ເມສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ມີ​ການ​ພົບປະກັບຫົວໜ້າສະຫະກອນ ເປັນຕົວແບບ ກ້າວໜ້າລວມ 100 ຄົນ ​ເນື່ອງ​ໃນ​ໂອກາດ​ວັນ​ສະຫະກອນ​ຫວຽດນາມ ( 11/4) ຊຶ່ງ​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນ​ໄດ້​ລາຍ​ງານ​ຕໍ່ ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ກ່ຽວ​ກັບ​ບັນດາ​ຜົນງານ​ໃນ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ​ຂອງ​ຂົງ​ເຂດ​ເສດຖະກິດ​ລວມໝູ່. ດ້ວຍ​ຄວາມ​ມານະ​ພຍາ​ຍາມ​ຂອງ​ສະມາຊິກ​ສະຫະກອນ 10 ລ້ານ​ກ່ວາ​ຄົນ , ການ​ເຄື່ອນ​ໄຫວ​ຂອງ​ກຸມ​ເສດຖະກິດ​ລວມໝູ່​ໄດ້​ປະກອບສ່ວນ​ເຂົາ​ໃນ​ແຫຼ່ງງົບປະມານ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ບັນດາ ສະມາຊິກ​ສະຫະກອນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຢືນຢັນ​ວ່າ ພັກ​ລັດ​ຫວຽດນາມ​ໃຄ​ວາ​ມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ພາກສ່ວນ​ເສດຖະ ກິດລວມໝູ່​ນີ້ ​ແລະ ຕົກລົງ​ເລືອກ​ເອົາ​ວັນ​ທີ 11 ​ເມສາ​ແຕ່ລະ​ປີ ​ແມ່ນ​ວັນ​ສະຫະກອນ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຖື​ວ່າ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບັນດາ​ສະຫະກອນ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ບັນດາ​ທ້ອງ​ຖິ່ນ, ​ແຕ່​ວ່າ​ຕ້ອງ​ມີ​ການ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ສະຫະກອນ​ນຳ​ກັນ ​ແລະ ກັບ​ບັນດາ​ພາກສ່ວນ​ເສດຖະກິ​ດອື່ນໆ​ເພື່ອ​ຍົກ​ສູງ​ປະສິດ​ທິຜົນ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ເພື່ອ ຍົກ​ສູງ ຊີວິດ​ການ​ເປັນ​ຢູ່​ຂອງ ສະມາຊິກ​ສະຫະກອນ ​ແລະ ປະກອບ​ສວ່ນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ເວົ້າ​ວ່າ : “ ທົ່ວ​ປະ​ເທດ​ມີ​ບ່ອນ​ອີງ​ແມ່ນ​ພັນທະ​ພາບ​ສະຫະກອນ, ​ແຕ່ລະ​ທ້ອງ​ຖິ່ນ​ກໍ​ມີ​ພັນທະ​ພາບ​ສະຫະກອນ, ບັນດາ​ກະຊວງ ຂະ​ແໜງ​ການ​ມີ​ຫົວໜ່ວຍ​ວິຊາ​ສະ​ເພາະ, ຕ້ອງ​ເຮັດ​ແນວ​ໃດ​ເສີມ​ຂະຫຍາຍ​ບ່ອນ​ອີງ​ທີ່​ໝັ້ນຄົງ​ໜັກ​ແໜ້ນ​ນີ້. ພ້ອມ​ກັນ​ນັ້ນ​ພວກ​ເຮົາ​ຄວນ​ຮ່ວມ​ສຳພັນ​​ນຳກັນ. ​ໃນ​ໄລຍະ​ເສດຖະກິດ​ຕະຫຼາດ​ນີ້, ​ແມ່ນ​ບໍ່​ອາດ​ເຄື່ອນ​ໄຫວ​ແບບ​ຂອງ​ໃຜ​ຂອງ​ລາວ. ກ່ອນ​ອື່ນ​ໝົດ ​ແມ່ນ​ຮ່ວມ​ສຳພັນ​ໃນ​ຂອບ​ເຂດ​ສະຫະກອນ, ຕໍ່​ຈາກ​ນັ້ນ​ກໍ​ເປີດ​ກ້ວາງ​ສູ່​ພາກສ່ວນ​ເສດຖະກິດ​ອື່ນໆ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ພັດທະນາ”
ຂ່າວ/ບົດ​ອື່ນ