ທ່ານປະທານປະເທດ Truong Tan Sang ຢ້ຽມຢາມແຂວງ Ninh Thuan

 ທ່ານປະທານປະເທດ Truong Tan Sang ຢ້ຽມຢາມແຂວງ Ninh Thuan - ảnh 1

ທ່ານປະທານປະເທດ Truong Tan Sang
(ພາບ: cpv.org.vn)

(vovworld) -  ຕອນ​ເຊົ້າ​ວັນ​ທີ 21/4, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ລົງ​​ຢ້ຽມຢາມຕາ​ແສງ Phuoc Tien  ຊຶ່ງ​ແມ່ນ​ຕາ​ແສງ​ທີ່​ທຸກ​ຍາກ​ຂອງ​ເມືອງ Bac Ai         ​ເລີ່​ມຕົ້ນການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ Ninh Thuan ​ໃນ​ເວລາ 2 ວັນ (21 ​ແລະ 22/4). ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຮັບ​ຟັງ​ການ​ລາຍ​ງານ ​ແລະ ລົງ​ສຳ​ຫລວດ​ສະພາບຕົວຈິງ​ກ່ຽວ​ກັບ​ວິວັດ​ການ​ບືນຕົວ​ຂຶ້ນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຂອງ​ຕາ​ແສງ. ສິ່ງ​ທີ່​ທ່ານ​ປະທານ​ປະ​ເທດ ​ແລະ ບັນດາ​ພະນັກງານ​ການ​ນຳ​ສົນ​ໃຈ ນັ້ນ​ແມ່ນ​ພາຍ​ຫລັງ​ເກືອບ 40 ປີ​ແຫ່ງ​ການ​ປົດ​ປ່ອຍ, ​ແຕ່​ຕາ​ແສງ Phuoc Tien ຍັງ​ຄົງ​ແມ່ນ​ຕາ​ແສງ​ມີ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ກວມ​ກວ່າ 50%, ການ​ຜະລິດ​ລ້າ​ຫລັງ. ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ​ປະຊາ​ຊົນ​ບັນລຸ​ພຽງ 5 ລ້ານ​ດົງ/ປີ. ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ຢາກ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ເສັ້ນທາງ​ຫນຶ່ງ​ດຽວ​ຕ້ອງ​ເລີ່​ມມາ​ຈາກ​ການ​ຜະລິດ ​ແລະ ​ເພື່ອ​​ເຮັດໃຫ້​ແຫ​ລ່ງທຶນ​ຫນູນ​ຊ່ວຍ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ສິ່ງ​ສຳຄັນ​ນັ້ນ​ແມ່ນ ຕ້ອງ​ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໃຫມ່, ​ໂຮມ​ເຂົ້າ​ເປັນ​ບັນດາ​ຫນ່ວຍ, ສະຫະກອນ​ກະ​ເສດ​ຄອບຄົວ​ເຮັດ​ເສດຖະກິດ​ດີ​ຕ້ອງ​ຊ່ວຍ​ເຫລືອ​ບັນດາ​ຄອບຄົວ​ທຸກ​ຍາກ. ທ່າ​ນປະທານ​ປະ​ເທດ​ເວົ້າ​ວ່າ:     “ຕ້ອງ​ເລີ່​ມມາ​ຈາກ​ການ​ຜະລິດ, ວິທີ​ຜະລິດ​​ໃດ​ມີ​ປະສິດທິ​ຜົນ​ຕ້ອງ​ທະວີຄູນ​ອອກ. ມອບ​ໃຫ້​ອົງການມະຫາຊົນ, ​ແນວ​ໂຮ​ມປະ​ເທດ​ຊາດ ​ແນະນຳ​ໃຫ້​ປະຊາຊົນ. ຄອບຄົວ​ໃດ​ມີ​ຮູບ​ແບບ​ການ​ຜະລິດ​ປະສົບ​ຜົນສຳ​ເລັດ ຕ້ອງ​ຮັບ​ເຂົາ​ເຈົ້າ​​ເຂົ້າເປັນ​ສະມາຊິກຂອງ​ບັນດາ​ສະມາຄົມ​ເພື່ອ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ກຳລັງ​ຫລັກ​ແຫ​ລ່ງ, ​ແນະນຳ​ໃຫ້​ປະຊາຊົນ​​ໃນ​ການ​ຜະລິດ.”

        ທ່ານ​ປະທານ​ປະ​ເທດ​ກໍ​ສະ​ເຫ​ນີ​ໃຫ້​ທ້ອງ​ຖິ່ນ ຕ້ອງ​ຄິດ​ໄລ່, ກວດກາຄືນ ​ແລະ ສັບ​ຊ້ອນ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຢ່າງ​ເໝາະ​ສົມ. ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໄປ​ຢ້ຽມຢາມ​ຮູບ​ແບບ​ປູກ​ຕົ້ນ​ຢາງພາລາ, ຢ້ຽມຢາມ ​ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ຄອບຄົວ​ວິລະ​ຊົນ Pi nang Tac ຊຶ່ງ​ແມ່ນ​ຊາວ​ຊົນ​ເຜົ່າ Ranglai ​ທີ່ຖືກ​​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ໃນ​ໄລຍະ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ກູ້​ຊາດ.

ຂ່າວ/ບົດ​ອື່ນ