ທ່ານປະທານປະເທດ Truong Tan Sang ລົງຢ້ຽມຢາມແຂວງ ເຊີນລາ

ທ່ານປະທານປະເທດ Truong Tan Sang ລົງຢ້ຽມຢາມແຂວງ ເຊີນລາ - ảnh 1
ໂຄງການ​ກໍ່ສ້າງ​ໂຮງ​ໄຟຟ້າ​ນ້ຳຕົກເຊີນລາ
(ພາບ : internet)


Vovworld- ຕອນ​ບ່າຍ​ວັນ​ທີ 12 ​ເມສາ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ​ເຊີນ​ລາ. ​ເມື່ອ​ເຮັດ​ວຽກ​ກັບ​ຄະນະ​ຄຸ້ມ​ຄອງ​ໂຄງການ​ກໍ່ສ້າງ​ໂຮງ​ໄຟຟ້າ​ນ້ຳຕົກເຊີນລາ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປະຕິບັດໂຄງການ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ເນັ້ນໜັກວ່າ ໂຄງການ​ກໍ່ສ້າງ​ໂຮງ​ໄຟຟ້າ​ນ້ຳຕົກເຊີນລາ ສະແດງໃຫ້ເຫັນສະຕິປັນຍາ, ຄຸນນະທາດ ແລະ ກຳລັງພາຍໃນ ຂອງຫວຽນາມ. ທ່ານ​ປະທານ​ Truong Tan Sang ​ໄດ້​ຕີ​ລາຄາ​ສູງ​ການ​ອຸທິດ​ສ່ວນ​ຂອງ​ປະຊາຊົນ​ນັບ​ໝື່ນ​ຄອບຄົວ​ໃນ​ບໍລິ​ເວນ​ກໍ່ສ້າງ​ໂຄງການ ທີ່​ໄດ້​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ ຍົກຍ້າຍ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ແຫ່ງ​ອື່ນ​ເພື່ອ​ມອບ​ດິນ​ໃຫ້​ແກ່ ໂຄງການ​ກໍ່ສ້າງ​. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຖື​ວ່າ ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ຕ້ອງການ​ທາງ​ດ້ານ​ພະລັງງານ​ໄຟຟ້າ​ພວມ​ເພີ່​ມຂຶ້ນ, ຄວາມ​ມານະ​ພະຍາຍາມ​ຂອງ​ໝູ່​ຄະນະ​ພະນັກງານ​ກຳມະກອນ​ສັງກັດ ໂຄງການ​ກໍ່ສ້າງ​ໂຮງ​ໄຟຟ້າ​ນ້ຳຕົກເຊີນລາ ສູ້ຊົນ​ເຮັດ​ສຳ​ເລັດ​​ໄວ​ກ່ວາ 3 ປີ​ຕາມ​ແຜນການ ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ພາລະກິ​ດພັດທະນາຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ