ທ່ານປະທານປະເທດ Truong Tan Sang ສິ້ນສຸດການຢ້ຽມຢາມ ສະຫະພັນລັດເຊຍ

ທ່ານປະທານປະເທດ Truong Tan Sang ສິ້ນສຸດການຢ້ຽມຢາມ ສະຫະພັນລັດເຊຍ  - ảnh 1
​ປະທານ​ປະ​ເທດ Truong Tan Sang ​ຢ້ຽມຢາມ​ກຸ່ມ​ບໍລິສັດ​ອາຍ​ແກັດ Gazprom
( ພາບ: baomoi.com )


( vovworld ) -    ຕອນ​ຄໍ່າ​ວັນ​ທີ 31/7, ຕາມ​ເວລາ​ມົດສະກູ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ຄະນະ​ປະຕິບັດ​ງານ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ​ຫຼວງ​ມົດສະກູ ກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ສະຫະພັນ​ລັດ​ເຊຍ ຢ່າງ​ຈົບ​ງາມ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimia Putin. ກ່ອນໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 30/7, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ກັບສະມາຊິກ​ສະພາ​ມະຫາບັນດິດ​ລັດ​ເຊຍ ​ແລະ ຢ້ຽມຢາມ​ກຸ່ມ​ບໍລິສັດ​ອາຍ​ແກັດ Gasprom.

        ທີ່​ການ​ພົບ​ປະ​ກັບ​ກັບທ່ານ Oxipov ສະມາຊິກ, ປະທານ ສະພາ​ມະຫາບັນດິດ ວິທະຍາສາດ​ພ້ອມ​ກັບ​ບັນດາ​ນັກວິທະຍາສາດ​ຂອງ​ລັດ​ເຊຍ, ທ່ານ​ປະທານ​ປະ​ເທດ Truong Tan Sang ຫວັງ​ວ່າ, ບັນດາ​ນັກວິ​ທະຍາ​ສາດ​ລັດ​ເຊຍ ຈະ​ໃຫ້ການຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ, ຮ່ວມ​ມື​ສຳ​ຫຼວດ​ຊັບພະຍາກອນ​​ແຮ່​ທາດ, ສິນ​ທະ​ເລ ​ເພື່ອ​ຮັບ​ໃຊ້​ໃຫ້ການ​ຄົ້ນຄວ້າ​ກ່ຽວ​ກັບຊີວະ​ນາໆາ​ພັນ ​ແລະ ຂຸດ​ຄົ້ນ​ແຫຼ່ງຊັບພະຍາກອນ​ຢ່າງ​ເໝາະ​ສົມ. ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ​ວິທະຍາ​ສາດທຳ​ມະ​ຊາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ແລະ ສະພາ​ມະຫາບັນດິດ​ວິທະຍາສາດ​ລັດ​ເຊຍ​ໄລຍະ 2012 – 2017, ທ່ານ​ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​ວ່າ, ການ​ເຄື່ອນ​ໄຫວ​ນີ້​ຈະ​ເປີດ​ບັນດາ​ທິດ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ລະຫວ່າງພື້ນຖານວິທະຍາສາດ​ສຳ​ຄັນ​ຂອງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ໄດ້​ມອບ​ນາມມະ​ຍົດປະລິຍາ​ເອກກິ​ມະ​ສັກໃຫ້ປະທານ​ ສະພາ​ມະຫາບັນດິດ​ວິທະຍາສາດ​ລັດ​ເຊຍ Oxipov, ຜູ້​ທີ່​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງໃຫ້​​ແກ່ພື້ນຖານ​ວິທະຍາສາດ​ລັດ​ເຊຍ ​ແລະ ຕິດ​ພັນ​ກັບຫວຽດນາມ.

        ​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໄປ​ຢ້ຽມຢາມ​ກຸ່ມ​ບໍລິສັດ​ອາຍ​ແກັດ Gazprom. ນີ້​ແມ່ນ​ກຸ່ບໍລິສັດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ Petrovietnam. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ເລື່ອງ Gazprom ສະ​ໜອງ​ອາຍ​ແກັດ​ໃຫ້​ແກ່​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ.

ຂ່າວ/ບົດ​ອື່ນ