ທ່ານປະທານປະເທດ Truong Tan Sang ເຂົ້າຮ່ວມພິທີມອບນາມມະຍົດນັກສິລະປີນດີເດັ່ນ

ທ່ານປະທານປະເທດ Truong Tan Sang ເຂົ້າຮ່ວມພິທີມອບນາມມະຍົດນັກສິລະປີນດີເດັ່ນ - ảnh 1
ພິທີມອບນາມມະຍົດນັກສິລະປິນດີເດັ່ນ
ພາບ:internet

(vovworld) -  ວັນ​ທີ 27/5 ຢູ່ ​ໂຮງ​ລະຄອນ​ໃຫຍ່ ນະຄອນ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ມອບ​ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບ​ວັດທະນະທຳ​ສິລະ​ປະ ​ແລະ ນາມ​ມະ​ຍົດ​ນັກ​ສິລະ​ປິ​ນດີ​ເດັ່ນ ​ໂດຍ​ສະພາ​ພິຈາລະນາ​ມອບ​ລາງວັນ​ຂັ້ນ​ລັດ ​ແລະ ກະຊວງ​ວັດທະນະທຳ ກິລາ ​ແລະ ການ​ທ່ອງ​ທ່ຽວ ຈັດ​ຕັ້ງ​ຂຶ້ນ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ເຂົ້າ​ຮ່ວມ​ພິທີ ​ແລະ ມອບ​ລາງວັນ​ໃຫ້​ແກ່​ນັກ​ສິລະ​ປິນ​ແຕ່ລະຄົນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ປະ​ເທດ Truong Tan Sang ຊີ້​ແຈງ​ວ່າ: ຫວ່າງ​ແລ້ວ​ນີ້ ນັກ​ປະພັນ, ນັກ​ສິລະ​ປິນ​ໃນ​ທົ່ວ​ປະ​ເທດ ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຮັບ​ລາງວັນ​ໂຮ່ຈິ​ມີນກ່ຽວ​ກັບ​ວັນນະຄະດີ, ສິລະ​ປະ ​ແລະ ນາມ​ມະ​ຍົດ​ນັກ​ສິລະ​ປິນປະຊາຊົນ ​ໂດຍ​ພັກ ​ແລະ ລັດ​ມອບ​ໃຫ້​ແກ່​ບັນດາ​ບົດ​ປະພັນ​ດີ​ເດັ່ນ ​ແລະ ນັກ​ສິລະ​ປິນທີ່​ມີ​ການ​ປະ​ກອບ​ສ່ວນ​ໃຫຍ່​ຫລວງ​ໃຫ້​ແກ່​ປະ​ເທດ​ຊາດ.  ຄວາມ​ປິ​ຕິ​ຊົມ​ຊື່ນ​ນັ້ນ​ໄດ້​ທະວີຄູນ ​ເມື່ອ​ມີ​ບົດປະພັນ​ຫລາຍ​ບົດ ​ແລະ ນັກ​ສິລະ​ປິນຫລາຍ​ຄົນ​ໄດ້​ຮັບ​ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບ​ວັນນະຄະດີ, ສິລະ​ປະ ​ແລະ ນາມ​ມະ​ຍົດ​ນັກ​ສິລະ​ປິນດີ​ເດັ່ນ. ທ່ານ​ປະທານ​ປະ​ເທດ ປາດ​ຖະຫນາ​​ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຖັນ​ແຖວ​ນັກ​ປະພັນ, ນັກ​ສິລະ​ປິນ ຫວຽດນາມ ວັນ​ນີ້ ​ເປັນ​ຕົ້ນ​ແມ່ນ​ລຸ້ນຫນຸ່ມ ຈະ​ສືບ​ທອດ​ມູນ​ເຊື້ອ​ຂອງ​ຊາດ, ຜົນງານ​ຂອງ​ພື້ນ​ຖານ​ວັດທະນະທຳ​ສິລະ​ປະ​ປະຕິວັດ ​ເພື່ອ​ໃຫ້​ນັບ​ມື້​ນັບ​ມີບົດ​ປະພັນ​ຫລາຍ​ບົດ​ທີ່​ມີ​ຄຸນ​ຄ່າ​ດ້ານ​ແນວ​ຄິດ ​ແລະ ສິລະ​ປະກວ່າ.

ຂ່າວ/ບົດ​ອື່ນ