ທ່ານປະທານປະເທດ Truong Tan Sang ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ມະຫາວິທະຍາໄລແຫ່ງຊາດ

ທ່ານປະທານປະເທດ Truong Tan Sang ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ ມະຫາວິທະຍາໄລແຫ່ງຊາດ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ລັ່ນຄ້ອງ
ໄຂສົກຮຽນໃຫມ່
ພາບ: internet

(vovworld) - ວັນ​ທີ 14/9, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ເຂົ້າ​ຮ່ວມ​​ພິທີ​ໄຂ​ສົກຮຽນ​ໃຫມ່​ຂອງ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ (ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ). ທ່ານ​ປະທານ​ປະ​ເທດ ​ໄດ້​ອວຍພອນ​ບັນ​ດາ​ສາ​ສະ​ດາ​ຈານ, ຄູ​ອາ​ຈານ, ນັກຮຽນ​ເນື່ອງ​ໃນ​ໂອກາດ​ສົກຮຽນ​ໃຫມ່ ​ແລະ ​ເນັ້ນ​ຫນັກ​ວ່າ: ຂະ​ແຫນງ​ວິທະຍາສາດ​ຄົ້ນ​ຄ້ວາການ​ເຄື່ອນ​​ເຫນັງ​ຂອງ​ປະຫວັດສາດ, ການ​ພົວພັນ ​ແລະ ​ອົງ​ປະກອບ​ສັງຄົມ, ບັນດາ​ຄຸນຄ່າ​ວັດທະນະທຳ, ສີສັນ​ຊາດ ​ແລະ ສິ່ງ​ຍອດ​ຍິ່ງ​ຂອງ​ວັດທະນະທຳ​ໂລກ, ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ​ແມ່ນ​ແບ​ກຫາບ​ຫນ້າ​ທີ່​ສຳຄັນ​ໃນ​ການ​ສຶກສາ​ແນວ​ຄິດ, ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ, ສ້າງ​ບັນດາ​ການພົວພັນ​ໃນ​ສັງຄົມ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີ​ວິດ, ບຸກຄະ​ລີກ​ກະພາບ​ຂອງ​ຊາວ ຫວຽດນາມ. ທ່ານ​ປະທານ​ປະ​ເທດ Truong Tan Sang ຖື​ວ່າ: ດ້ວຍ​ມູນ​ເຊື້ອ​​ແຫ່ງການ​ສຶກສາ, ​ໂຮງຮຽນ​ຄວນ​ສືບ​ຕໍ່​ປ່ຽນ​ໃຫມ່​ຫລັກສູດ, ​ເນື້ອ​ໃນ​ວິ​ທິສິດສອນ, ​ເສີມ​ຂະຫຍາຍ​ລັກສະນະ​ຕັ້ງຫນ້າ ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ກາ​ນຮຳ່ຮຽນ, ຕາມ​ການ​ກຳນົດ​ທິດ​ປ່ຽນ​ໃຫມ່​ການ​ສຶກສາ​ຢ່າ​ງຮອບດ້ານ.

ຂ່າວ/ບົດ​ອື່ນ