ທ່ານປະທານປະເທດ Truong Tan Sang ເຄື່ອນໄຫວຢ້ຽມຢາມ Kazakhstan

ທ່ານປະທານປະເທດ Truong Tan Sang ເຄື່ອນໄຫວຢ້ຽມຢາມ Kazakhstan  - ảnh 1
ທ່ານ​ປະທານາທິບໍດີ Nursultan Nazarbayev ຊົມເຊີຍການມາຢ້ຽມຢາມ ຂອງທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang
( ພາບ: internet)

(vovworld) -    ​ ພິທີ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ຢ້ຽມຢາມ​ທາງ​ລັດຖະກິດ​ປະ​ເທດ Kazakhstan ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ Nursultan Nazarbayev ​ຖືກຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ທຳນຽບປະທານາທິບໍດີ Kazakhstan​ ໃນຕອນ​ເຊົ້າ​ວັນ​ທີ 10/9. ພາຍຫຼັງ​ພິທີ່​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ສະ​ແດງ​ຄວາມ​ປິຕິ​ຊົມ​ຊື່ນ​ຕໍ່​ບັນດາ​ຜົນງານ​ດີ​ເດັ່ນ​ກ່ຽວ​ກັບ​ການ​ພັດທະ​ນາ​ເສດຖະກິດ, ສັງຄົມ​ເຊິ່ງ Kazakhstan ບັນລຸ​ໄດ້, ບົດບາດ ​ແລະ ທີ່​ຕັ້ງ​ຂອງ Kazakhstan ຢູ່​ພາກ​ພື້ນ ​ແລະ ສາກົນ ​ໄດ້ຮັບ​ປັບປຸງ ​ແລະ ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ປະທານາທິບໍດີ Nursultan Nazarbayev ກໍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ສຳຄັນ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ອິດທິຜົນ​ຊື່​ສຽງ​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ປະທານາທິບໍດີ Nursultan Nazarbayev ​ເນັ້ນ​ໜັກ​ວ່າ.

“ Kazakhstan ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ​ອາຊີ. ການ​ຢ້ຽມຢາມ​ຫວຽດນາມຂອງ​ຂ້າພະ​ເຈົ້າ​​​ໃນ​ປີ 2011 ​ແລະ ການ​ຢ້ຽມຢາມ Kazakhstan ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ຄັ້ງ​ນີ້​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື. ບັນດາ​ຂໍ້​ສັນຍາ​ທີ່​​ໄດ້​ຮັບ​ການ​ລົງ​ນານ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ຂ້າພະ​ເຈົ້າ​ໃນ​ຄັ້ງ​ກອນ ກໍ​ຄື​ບັນດາ​ຂໍ້​ສັນຍາເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ຄັ້ງ​ນີ້ ຈະ​ຊ່ວຍ​ໃຫ​້ການ​ພົວພັນ​ສອງ​ຝ່າຍ​​​​ໃກ້ຊິດ ​ແລະ ​ເລິກ​ເຊິ່ງກວ່າ”.

ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ເຫ​ັນດີ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ​ເປັນ​ປະຈຳ, ​ໂດຍ​ສະ​ເພາະ​ແມ່ນຄະນະ​ຜູ້​ແທນ​ຂັ້ນ​ສູງ. ສອງ​ຝ່າຍ​​ໄດ້ຢືນຢັນຈະ​ສືບ​ຕໍ່​ປະຕິບັດ​ແຜນການ​ດຳ​ເນີນ​ງານລວມລະຫວ່າງ​ຫວຽດນາມ - Kazakhstan ​ໄລຍະ 2011 – 2013 ຢ່າງ​ຕັ້ງໜ້າ​ ​ແລະ ຮອບດ້ານ; ຮັກສາ ​ແລະ ຍົກ​ສູງ​ປະ​ສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ - Kazakhstan ກ່ຽວ​ກັບ​ການ​ຮ່ວມມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ວິທະຍາສາດ, ​ເຕັກນິກ.

ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ປະທານາທິບໍດີ Kazakhstan ທ່ານ Nursultan Nazarbayev ​ໄດ້​ພົບ​ປະກັບ​ວົງ​ການ​ນັກ​ຂ່າວ. ທ່ານ​ປະທານ​ປະ​ເທດ Truong Tan Sang ຢືນຢັນ​ວ່າ :

“ພວກ​ຂ້າພະ​ເຈົ້າ​ຢືນຢັນ​ຄວາມ​ຫວັງ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ ​ແລະ ປະຊາຊົນ​ຫວຽດນາມ, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເປັນ​ເອກະສັນ​ກັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົນທະນາ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ສ້າງ​ກຳລັງ​ໜູນຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ຂ້າພະ​ເຈົ້າ​ເຊື່ອ​​ແນ​ວ່າ ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​ຈະ​ປະກອບສ່ວນ​ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ວາງອອກ​ຢ່າງ​ມີ​ໄຊ ”

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ປະທານາທິບໍດີ Kazakhstan ທ່ານ Nursultan Nazarbayev ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ລະຫວ່າງ ລັດຖະບານ 2 ປະ​ເທດ​ໃນ​ຂົງ​ເຂດ​ກັກ​ກັນ​ພືດ; ສັນຍາ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງ​ອາກາດ​ຜ່ານ​​ເຂດ​ນາ່ນຟ້າ​ຂອງ 2 ປະ​ເທດ ​ແລະ ອ່ືນໆ. ​ແລະ​ເນື່ອງ​ໃນ​ໂອກາດ​ນີ້, ວັນ​ທີ 10/9,  2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ. 2 ຝ່າຍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນ​ງານ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ 20 ປີ​ທີ່​ຜ່ານ​ມາ​ນັບ​ແຕ່ 2 ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ຢືນຢັນ​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃຫ້​ດີ​ຍິ່ງໆ​ຂຶ້ນ​ແນ​ໃສ່​ນຳ​ການ​ພົວພັນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ