ທ່ານປະທານປະເທດ Truong Tan Sang ເຈລະຈາກັບ ປະທານຄະນະປະຈຳສະພາແຫ່ງຊາດ ສປປ ເກົາຫລີ

 

ທ່ານປະທານປະເທດ Truong Tan Sang ເຈລະຈາກັບ ປະທານຄະນະປະຈຳສະພາແຫ່ງຊາດ ສປປ ເກົາຫລີ - ảnh 1
ທ່ານ Kim Yong Nam
ພາບ:AP


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​​ເຊື້ອເຊີນ​ຈາກປະທານ​ປະ​ເທດ ຫວຽດນາມ Truong Tan Sang, ທ່ານ Kim Yong Nam  ປະທານ​ຄະນະ​​ປະຈຳສະພາ​ແຫ່ງ​ຊາດສາທາ​ລະນະ​ລັດ ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ (ສປປ​ເກົາຫລີ) ​ໄດ້​​ເດີນທາງ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 -7/8. ຕອນ​ບ່າຍ ວັນ​ທີ 6/8 ພິທີ​ຕ້ອນຮັບ​ທ່ານ Kim Yong Nam ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ສຳນັກງານປະທານ​ປະ​ເທດ. ທ່ານ ປະທານ​ປະ​ເທດ ຫວຽດນາມ Truong Tan Sang​ໄດ້​ມີ​ການ​ເຈລະຈາ​ກັບ ທ່ານ Kim Yong Nam  ປະທານ​ຄະນະ​​ປະຈຳສະພາ​ແຫ່ງ​ຊາດສປປ​ເກົາຫລີ. ສອງ​ຝ່າຍ​ໄດ້​ຢືນຢັນ​ຖື​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ສຳຄັນ ​ແລະ ​ປາດ​ຖະຫນາ​ຈະ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູ​ນ​ເຊື້​ອລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ ຕອບ​ສະຫນອງ​ຄວາ​ມຸ່ງ​ມາດ​ປາດ​ຖະຫນາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ຮັກສາ​ການ​ຢ້ຽມຢາມ ​ແລະ ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ບັນດາ​ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ວັດທະນະທຳ, ສິລະ​ປະ, ກິລາກາ​ຍະ​ກຳ,​ ການ​ສຶກສາ​ບຳລຸງ​ສ້າງ ​ແລະ ກາ​ນພົບ​ປະ​ແລກປ່ຽນ​ລະ​ຫວ່າງ​ປະຊາຊົນ. ກ່ຽວ​ກັບ​ບັນຫາ​ສກົນ ​ແລະ ພາກ​ພື້ນ, ສອງ​ຝ່າຍ​ເຫັນ​ດີ​ເປັນເອກະ​ພາບ​ສືບ​ຕໍ່​ຮັກສາ​ການ​ປະສານ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ​ຄື: ARF, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນຫາຢູ່​ໃນ​ແຫລມ​ເກົາຫລີ​, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ຢືນຢັນ​ວ່າ:​ ຫວຽດນາມ ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ສະຫນັບສະຫນູນ​ແຫລມ​ເກົາຫລີ, ສ້າງສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ປອດ​ອາວຸດ​ນີວ​ເຄຼຍ. ຫວຽດນາມ ຫວັງ​ວ່າ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈະ​ເສີມ​ຂະຫຍາຍ​ລັກສະນະ​ມີ​ໄຫວ​ພິບ, ຄວາ​ມມານະ​ພະຍາຍາມ​ຊຸກຍູ້​ການ​ເຈລະຈາ ​ແລະ ມີ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ເພື່ອ​ຊຸ​ກຍູ້​ວິວັດ​ທະ​ນາ​ການ​ປອດ​ນິວ​ເຄຼຍ​ໃນ​ແຫລມ​ເກົາຫລີ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ Kim Yong Nam ສະ​ແດງ​ການ​ສະຫນັບສະຫນູນ​​ການ​ແກ້​ໄຂ​ການ​ພິພາດ ​ແລະ ບັນຫາ​ເກິດ​ຂຶ້ນ​ໂດຍ​ສັນຕິ​ວິທີ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.



ຂ່າວ/ບົດ​ອື່ນ