ທ່ານປະທານປະເທດ Truong Tan Sang ເຮັດວຽກຢູ່ແຂວງ Binh Phuoc

ທ່ານປະທານປະເທດ Truong Tan Sang ເຮັດວຽກຢູ່ແຂວງ Binh Phuoc - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ​​ເຮັດ​ວຽກ​ກັບ​ປ້ອມ​ປ້ອງ​ກັນ
ຊາ​ຍ​ແດນ Ta Vat

ພາບ: internet


(vovworld) - ​ຕອນ​ເຊົ້າ​ວັນ​ທີ 28/10, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ Ta Vat ​ເມື​ອງ Loc Ninh ​ແຂວງ Binh Phuoc. ນະ​ທີ່​ນີ້, ພັນ​ໂທ Nguyen Hai Luu ຫົວຫນ້າ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ Ta Vat ​ໄດ້​ລາຍ​ງານ​​ໃຫ້ທ່ານ​ປະທານ​ປະ​ເທດຮັບ​ຊາບກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຈຳນວນ​ຫນຶ່ງ​ຂອງ​ປ້ອມປ້ອງ​ກັນຊາ​ຍ​ແດນ. ດ້ວຍ​ຫນ້າ​ທີ່​ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ​່​ເສັ້ນທາງ​ລຽບ​ຕາມ​ຊາຍ​ແດນ​ຕາມ​ແມ່​ນ້ຳ Ton Le Cham ​ແລະ ຄຸ້ມ​ຄອງ​ຕາ​ແສງ​ຊາຍ​ແດນ Loc Thinh, ​ໃນ​ຊຸມ​ປີຜ່ານມາ ປ້ອມ​ປ້ອງ​ກັນຊາ​ຍ​ແດນ Ta vat ​ໄດ້​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ຕາ​ແສງ Loc Thinh ​ແລະ ​ເມືອງ Mi Mot ຂອງ ກຳປູ​ເຈຍ ຮັກສາ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ, ຂົນຂວາຍ​ໂຄສະນາ​ໃຫ້​ແກ່​ໝູ່​ມະຫາຊົນ​ປະຕິບັດ​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ ​ແລະ ສັນຍາ​ກ່ຽວ​ກັບ​ກົດ​ລະບຽບຢູ່​ເຂດ​ຊາຍ​ແດນເປັນ​ຢ່າງ​ດີ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໃສ່​ໃຈ​ວ່າ: ຊຶ່ງ​ແມ່ນ​ຫົວຫນ່ວຍ​ຕັ້ງ​ທັບຢູ່​ທີ່​ຕັ້ງ​ຍຸດ​ທະ​ສາດ, ​ແມ່ນ​ສະຖານ​ທີ່​ມີ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫລວງຫລາຍ, ພະນັກງານ​ນັກຮົບ​ຢູ່​ປ້ອມ​ປ້ອງ​ກັນຊາຍ​ແດນ Ta Vat ​ເວົ້າ​ສະ​ເພາະ ​ແລະ ກຳລັງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ເວົ້າ​ລວມຄວນ​ປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃຫ້​ດີກ​ວ່​າ​ເກົ່າ, ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນກັບ​ພໍ່​ແມ່​ປະຊາຊົນ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ.

 

 

ຂ່າວ/ບົດ​ອື່ນ