ທ່ານ​ປະ​ທານ​ປະ​ເທດ ຈີນ ຢາກ​ຮັກ​ສາ​ການ​ພົວ​ພັນ​ທີ່​ມີ​ສະ​ຖຽນ​ລະ​ພາບ​ກັບ ອາ​ເມ​ລິ​ກາ

(VOVWORLD) - ທ່ານປະທານປະເທດ ຈີນ ສີຈິ້ນຜິງ ເນັ້ນໜັກວ່າ ປັກກິ່ງ ແລະ ວໍຊິງຕັນ  ຄວນກາຍເປັນແຫຼ່ງກຳລັງໃຫ້ແກ່ສັນຕິພາບໂລກ ແລະ ແມ່ນກຳລັງໜູນໃຫ້ແກ່ການພັດທະນາລວມ.
ທ່ານ​ປະ​ທານ​ປະ​ເທດ ຈີນ ຢາກ​ຮັກ​ສາ​ການ​ພົວ​ພັນ​ທີ່​ມີ​ສະ​ຖຽນ​ລະ​ພາບ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃຫ້ຕ້ອນຮັບທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ (ພາບ: TTXVN)

ປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງເປົ້າໝາຍຮັກສາການພົວພັນທີ່ມີສະຖຽນລະພາບກັບ ອາເມລິກາ. ນີ້ແມ່ນຖະແຫຼງການຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນການຕ້ອນຮັບທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຢູ່ປັກກິ່ງ, ໃນວັນທີ 29 ສິງຫາ. ທ່ານ ສີຈິ້ນຜິງ ໄດ້ຢັ້ງຢືນວ່າ ຈີນ ໃຫ້ຄຳໝັ້ນສັນຍາສ້າງການພົວພັນກັບ ອາເມລິກາ “ອີງຕາມຄວາມເຄົາລົບນັບຖືເຊິ່ງກັນແລະກັນ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ”, ໂດຍບໍ່ຫົວຊາຕໍ່ການພົວພັນສອງຝ່າຍທີ່ພວມເຫັນປະຈັກຕາການຜັນແປໃຫຍ່ຫຼາຍຢ່າງ. ທ່ານກໍ່ໃຫ້ຮູ້ວ່າ ປັກກິ່ງ ຈະຮັກສາຄວາມມານະພະຍາຍາມຊຸກຍູ້ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ. ກໍ່ຕາມທ່ານປະທານປະເທດ ຈີນ ສີຈິ້ນຜິງແລ້ວ, ໃນສະພາບການໂລກທີ່ເຕັມໄປດ້ວຍການຜັນແປຄືໃນປັດຈຸບັນ, ແທນທີ່ການສູ້ຢັນກັນ ຫຼື ແບ່ງແຍກກັນ ບັນດາປະເທດຄວນເພີ່ມທະວີຄວາມສາມັນຄີ ແລະ ການຮ່ວມມື. ທ່ານເນັ້ນໜັກວ່າ ປັກກິ່ງ ແລະ ວໍຊິງຕັນ  ຄວນກາຍເປັນແຫຼ່ງກຳລັງໃຫ້ແກ່ສັນຕິພາບໂລກ ແລະ ແມ່ນກຳລັງໜູນໃຫ້ແກ່ການພັດທະນາລວມ, ພ້ອມທັງສະແດງ ຄວາມຫວັງວ່າ ອາເມລິກາຈະຖືການພັດທະນາຂອງສອງປະເທດແມ່ນກາລະໂອກາດ ບໍ່ແມ່ນສິ່ງທ້າທາຍ ແລະ ຈະຮ່ວມມືກັບ ຈີນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ