ທ່ານ​ປະ​ທານ​ປະ​ເທດ ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສີ​ລັງ​ກາ ແລະ ກຳ​ປູ​ເຈຍ ເຂົ້າ​ຢ້ຽມ​ອຳ​ລາເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ

(VOVWORLD) - ຕອນບ່າຍວັນທີ 28 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ສີລັງກາ ແລະ ເອກອັກຄະລັດຖະທູດ ກຳປູເຈຍ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ.

ທ່ານ​ປະ​ທານ​ປະ​ເທດ ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສີ​ລັງ​ກາ ແລະ ກຳ​ປູ​ເຈຍ ເຂົ້າ​ຢ້ຽມ​ອຳ​ລາເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸ​ການ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານເອກອັກຄະລັດຖະທູດ ສີລັງກາ Prasanna Gamage (ພາບ: TTXVN)

ທີ່ການພົບປະກັບທ່ານເອກອັກຄະລັດຖະທູດ ສີລັງກາ Prasanna Gamage, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ສີລັງກາ, ທ່ານຕີລາຄາສູງການເຄື່ອນໄຫວຂອງທ່ານ ເອກອັກຄະລັດຖະທູດ ສີລັງກາ ໃນອາຍຸການຜ່ານມາ ເຊິ່ງໄດ້ປະກອບສ່ວນຊຸກຍູ້ດ້ານການຄ້າ, ການພົບປະແລກປ່ຽນວັດທະນະທຳ ແລະ ຮ່ວມມືໃນຂົງເຂດສາສະໜາຂອງສອງປະເທດ.

ສ່ວນທ່ານ ເອກອັກຄະລັດຖະທູດ ສີລັງກາ ໄດ້ສະແດງຄວາມຂອບໃຈຕໍ່ກຳລັງເຈົ້າໜ້າທີ່ຂອງ ຫວຽດນາມ ໄດ້ເຂົ້າຮ່ວມການກູ້ໄພ, ໜູນຊ່ວຍຊາວສີລັງກາ 300 ຄົນ ທີ່ຢູ່ໃນກຳປັ່ນປະສົບໄພຢູ່ເຂດທະເລໃກ້ກັບແຫຼມ ຫວຸງເຕົາ, ຫວຽດນາມ ໃນເດືອນພະຈິກ ປີ 2022. ທ່ານກໍ່ໃຫ້ຮູ້ວ່າ ສີລັງກາ ຍາມໃດກໍ່ສະໜັບສະໜູນສັນຕິພາບ, ຄວາມເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.

          ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກຳປູເຈຍ Chay Navuth, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມປິຕິຊົມຊືນ ເມື່ອເຫັນສອງຝ່າຍ ກຳລັງສົມທົບກັນປະຕິບັດບັນດາຂົງເຂດຮ່ວມມືຢ່າງມີປະສິດທິຜົນ, ໃນນັ້ນ ມີບັນຫາສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ຮ່ວມມືພ້ອມກັນພັດທະນາ.

          ສ່ວນທ່ານ ເອກອັກຄະລັດຖະທູດ ກຳປູເຈຍ Chay Navuth ໄດ້ສະແດງຄວາມຂອບໃຈຢ່າງຈິດໃຈຕໍ່ພັກ, ລັດ, ປະຊາຊົນ ຫວຽດນາມ ໄດ້ຊ່ວຍເຫຼືອກຳປູເຈຍ ໃນໄລຍະເກີດພະຍາດໂຄວິດ - 19. ພິເສດ, ຫວຽດນາມ ໃນຖານະບົດບາດເປັນປະທານ ອາຊຽນ 2020 ໄດ້ຍົກອອກຫຼາຍຂໍ້ລິເລີ່ມສຳຄັນ ເພື່ອຊຸກຍູ້ອາຊຽນ ໃຫ້ມີຄວາມສາມັກຄີ, ຮ່ວມມື ພ້ອມກັນຄວບຄຸມພະຍາດໂຄວິດ - 19 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ