ທ່ານ​ປະ​ທານ​ປະ​ເທດ ພົບ​ປະ​ກັບ​ຄ​ະ​ນະ​ຜູ້​ແທນຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ໝູ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ ຕວຽນ​ກວາງ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຍາມໃດພັກ, ລັດ ກໍ່ຖືວຽກງານຊົນເຜົ່າແມ່ນໜ້າທີ່ຍຸດທະສາດ ໃນພາລະກິດ ປະຕິວັດ, ຍາມໃດກໍ່ເອົາໃຈໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການປະຕິບັດວຽກງານຊົນເຜົ່າ ແລະ ບັນດານະໂຍບາຍ, ໂຄງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ ໃຫ້ເປັນຢ່າງດີ
ທ່ານ​ປະ​ທານ​ປະ​ເທດ ພົບ​ປະ​ກັບ​ຄ​ະ​ນະ​ຜູ້​ແທນຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ໝູ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ ຕວຽນ​ກວາງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ທຳນຽບປະທານປະເທດ, ກ່າວຄຳເຫັນທີ່ການພົບປະກັບຄະນະຜູ້ແທນຜູ້ມີອິດມິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າສ່ວນໜ້ອຍແຂວງ ຕວຽນກວາງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຍາມໃດພັກ, ລັດ ກໍ່ຖືວຽກງານຊົນເຜົ່າແມ່ນໜ້າທີ່ຍຸດທະສາດ ໃນພາລະກິດ ປະຕິວັດ, ຍາມໃດກໍ່ເອົາໃຈໃສ່ຊີ້ນຳທຸກຂັ້ນ, ທຸກຂະແໜງການປະຕິບັດວຽກງານຊົນເຜົ່າ ແລະ ບັນດານະໂຍບາຍ, ໂຄງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ ໃຫ້ເປັນຢ່າງດີ, ຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ, ແນໃສ່ປັບປຸງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ຮັດແຄບໄລຍະຫ່າງໃນການພັດທະນາລະຫວ່າງເຂດພູສູງ ແລະ ເຂດທົ່ງພຽງ, ນຳມາເຊິ່ງການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູມສຸກ ໃຫ້ແກ່ປະຊາຊົນບັນດາເຜົ່າ.

ທ່ານປະທານປະເທດ ເຊື່ອໝັ້ນ ແລະ ມີຄວາມຫວັງວ່າ ຜູ້ມີອິດທິພົນຊື່ສຽງທີ່ປັບຕົວແທດໃຫ້ພໍ່ແມ່ປະຊາຊົນສືບຕໍ່ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ ແລະ ວົງຄະນະຍາດ, ແມ່ນປັດໄຈຕັ້ງໜ້າໃນຂະບວນການຂອງ ທ້ອງຖິ່ນ, ຂົນຂວາຍ, ແນະນຳໃຫ້ພໍ່ ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຢູ່ບັນດາໝູ່ບ້ານຂອງຕົນ ພ້ອມກັນມານະພະຍາຍາມພັດທະນາເສດຖະກິດ, ສັງຄົມ, ເຂົ້າຮ່ວມການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ກຽມພ້ອມປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ