ທ່ານປະທານປະເທດ ພ້ອມກັບພໍ່ແມ່ປຊຊ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຖະຫວາຍທູບທຽນ, ປ່ອຍປາຢູ່ທ່າກຳປັ່ນ ຍາຣົ່ງ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຖະຫວາຍທູບທຽນ, ດອກໄມ້, ອາໄລຫາປະທານ ໂຮ່ຈີມິນ, ອາໄລຫາບັນດາບັນພະບຸລຸດການປະຕິວັດ ແລະ ປະຕິບັດພິທີປ່ອຍປາຢູ່ທ່າກຳປັ່ນ ຍາຣົ່ງ
ທ່ານປະທານປະເທດ ພ້ອມກັບພໍ່ແມ່ປຊຊ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຖະຫວາຍທູບທຽນ, ປ່ອຍປາຢູ່ທ່າກຳປັ່ນ ຍາຣົ່ງ - ảnh 1ພິທີປ່ອຍປາຢູ່ທ່າກຳປັ່ນ ຍາຣົ່ງ
(ພາບ: TTXVN)

        ຕອນເຊົ້າວັນທີ 02 ກຸມພາ (ກົງກັບວັນທີ 23 ເດືອນ 12 ບຸນເຕັດ ປີເຖາະ), ວັນເທວະດາຄຸ້ມຄອງເຕົາໄຟ ເຊິ່ງແມ່ນຮີດຄອງປະເພນີຂອງຊາວ ຫວຽດນາມ, ກ່ອນວັນປີໃໝ່ ປີມະໂລງ 2024, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຖະຫວາຍທູບທຽນ, ດອກໄມ້, ອາໄລຫາປະທານ ໂຮ່ຈີມິນ, ອາໄລຫາບັນດາບັນພະບຸລຸດການປະຕິວັດ ແລະ ປະຕິບັດພິທີປ່ອຍປາຢູ່ທ່າກຳປັ່ນ ຍາຣົ່ງ - ຫໍພິພິຕະພັນ ໂຮ່ຈີມິນ ສາຂານະຄອນ ໂຮ່ຈີມິນ. ພ້ອມກັນເຂົ້າຮ່ວມມີພໍ່ແມ່ປະຊາຊົນຜູ້ດີເດັ່ນ 100 ຄົນເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ຕາງໜ້າໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 5 ລ້ານຄົນ ທີ່ພວມກັບເມືອປະເທດເຂົ້າຮ່ວມລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ.

        ຢູ່ທ່າກຳປັ່ນ ຍາຣົ່ງ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພໍ່ແມ່ປະຊາຊົນຜູ້ດີເດັ່ນ ພ້ອມກັບສະມາຊິກໃນຄະນະໄດ້ຖະຫວາຍດອກໄມ້, ທູບທຽນ, ສະຫງວນ 1 ນາທີເພື່ອອາໄລຫາປະທານ ໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາຜົນງານ ແລະ ການເສຍສະຫຼະຊີວິດຂອງ ເພິ່ນ ເພື່ອປະຊາຊົນ, ປະເທດຊາດ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ກໍ່ໄດ້ໄປກວດກາວຽກງານກຽມພ້ອມສູ້ຮົບ, ຮັບປະກັນສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບຕຳຫຼວດນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ