ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

(VOVWORLD) - ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ - ảnh 1 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ ກອງປະຊຸມ (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີນັກປະພັນ, ນັກກ້ອນ 300 ທ່ານ ສ່ວນຫຼາຍທີ່ມີອາຍຸສູງກ່ວາ 70 ປີ, ໃນນັ້ນມີຫຼາຍຜົນງານໄດ້ຮັບລາງວັນ ໂຮ່ຈີມິນ, ລາງວັນແຫ່ງລັດກ່ຽວກັບວັນນະຄະດີສິລະປະ, ລາງວັນຂອງສະມາຄົມນັກປະພັນປະຈຳປີ ແລະ ລາງວັນຈຳນວນໜຶ່ງທີ່ມີອິດທິພົນຊື່ສຽງ, ບັນດາສະມາຊິກສະມາຄົມມີການປະກອບສ່ວນເຂົ້າໃນການພັດທະນາວັນນະຄະດີ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງໃຫ້ຮູ້ວ່າ:

ພາລະກຳ, ຄວາມຮັບຜິດຊອບຂອງນັກປະພັນ ຫວຽດນາມ ໃນປັດຈຸບັນ ຍິ່ງມີຄວາມໝາຍທີ່ຍິ່ງໃຫຍ່ ແລະ ມີຄວາມຮຽກຮ້ອງຕ້ອງການສູງກ່ວາເວລາໃດໝົດ. ບັນດານັກປະພັນ ຫວຽດນາມ ຍາມໃດກໍ່ແມ່ນນັກຮົບປະຈັນບານ ໃນການຕໍ່ສູ້ສິ່ງຊົ່ວຮ້າຍ ແລະ ປົກປ້ອງ ກຽວສັກສີຂອງ ມະນຸດດ້ວຍເສັ້ນທາງມະຫັດສະຈັນຂອງວັນນະຄະດີ, ສ້າງຄວາມງາມທາງດ້ານຈິດໃຈໃຫ້ແກ່ມະນຸດ. ເມື່ອປະຊາຊົນມີຄວາມງາມທາງດ້ານມະນຸດສະທຳໃນຈິດໃຈຂອງຕົນ ຈຶ່ງສາມາດອຸທິດສ່ວນໃຫ້ແກ່ຊົນຊາດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ