ທ່ານປະທານປະເທດ ສປປ.ເກົາຫຼີ Kim Jong-un ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ

(VOVWORLD) -ທ່ານ Kim Jong-un ປະທານພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກໍາມະການປ້ອງກັນປະເທດ ແຫ່ງ ສປປ.ເກົາຫຼີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ.ເກົາຫຼີ ໄດ້ຂຶ້ນລົດໄຟ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ.

ຕອນບ່າຍວັນທີ 2 ມີນາ 2019, ທ່ານ Kim Jong-un ປະທານພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກໍາມະການປ້ອງກັນປະເທດ ແຫ່ງ ສປປ.ເກົາຫຼີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສປປ.ເກົາຫຼີ ໄດ້ຂຶ້ນລົດໄຟ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ.

ທ່ານປະທານປະເທດ ສປປ.ເກົາຫຼີ Kim Jong-un ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານ Kim Jong-un  ຂຶ້ນລົດໄຟ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ

        ເຂົ້າຮ່ວມພິທີສົ່ງທ່ານ ປະທານ Kim Jong-un ຢູ່ສະຖານີລົດໄຟ ດົ່ງດັງ, ແຂວງລ້າງເຊີນຫວຽດນາມ ລວມມີ ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພ້ອມກັບການນໍາຫ້ອງວ່າການລັດຖະບານ ແລະ ກະຊວງ, ຂະແໜງການຂັ້ນສູນກາງ ແລະ ແຂວງລ້າງເຊີນ ພ້ອມດ້ວຍປະຊາຊົນເປັນຈໍານວນຫຼວງຫຼາຍ.

        ທ່ານປະທານ Kim Jong-un ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ສະໜິດສະໜົມ ແລະ ມິດຕະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ