ທ່ານປະ​ທານ​ປະ​ເທດ ຫງວຽນ​ຊັນ​ຟຸກ ກວດກ​າ​ວຽກ​ງານ​ປ້ອງ​ກັນ, ຕ້ານໂລກ​ລະ​ບາດ​ໂຄວິດ 19 ຢູ່​ນະ​ຄອນ ໂຮ່​ຈິ​ມິນ

(VOVWORLD) -ທ່ານຫງວຽນຊັນຟຸກປາດຖະໜາວ່າ ປຊຊ ນະຄອນ ໂຮ່ຈິມິນ ເວົ້າລວມ ແລະ ສອງເມືອງ ຮອກມົນ ແລະ ກູຈີ ເວົົ້າສະເພາະ ຈະເສີມຂະຫຍາຍມູນເຊື້ອວິລະຊົນ, ນ້ຳໃຈສາມັກຄີ, ຮັກແພງກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ ໃນການປ້ອງກັນ, ຕ້ານ ໂລກລະບາດໂຄວິດ.
ທ່ານປະ​ທານ​ປະ​ເທດ ຫງວຽນ​ຊັນ​ຟຸກ ກວດກ​າ​ວຽກ​ງານ​ປ້ອງ​ກັນ, ຕ້ານໂລກ​ລະ​ບາດ​ໂຄວິດ 19 ຢູ່​ນະ​ຄອນ ໂຮ່​ຈິ​ມິນ - ảnh 1

 (ພາບ: TTXVN)

  ຕອນບ່າຍ ວັນທີ 29 ກໍລະກົດ, ຢູ່ນະຄອນ ໂຮ່ຈິມິນ, ທ່ານປະທານປະເທດ ຫງວຽນຊັນຟຸກ ໄດ້ໄປຢື້ຢາມຖາມຂ່າວ, ປຸກລະດົມກຳລັງໃຈການນຳ, ປຊຊ ນະຄອນ ໂຮ່ຈິມິນ ທີ່ພວມມານະພະຍາຍາມ ປ້ອງກັນ, ຕ້ານ ໂລກລະບາດໂຄວິດ 19, ໃນນັ້ນມີສອງເມືອງ ຮອກມົນ ແລະ ກູຈີ; ຢ້ຽມຢາມຖັນແຖວແພດໝໍ, ກຳລັງຕຳຫຼວດ, ທະຫານ ແລະ ບັນດາກຳລັງ ປ້ອງກັນ, ຕ້ານ ໂລກລະບາດອື່ນໆ. ທ່ານຫງວຽນຊັນຟຸກປາດຖະໜາວ່າ ປຊຊ ນະຄອນ ໂຮ່ຈິມິນ ເວົ້າລວມ ແລະ ສອງເມືອງ ຮອກມົນ ແລະ ກູຈີ ເວົົ້າສະເພາະ ຈະເສີມຂະຫຍາຍມູນເຊື້ອວິລະຊົນ, ນ້ຳໃຈສາມັກຄີ, ຮັກແພງກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນ ໃນການປ້ອງກັນ, ຕ້ານ ໂລກລະບາດໂຄວິດ, ພິເສດແມ່ນການປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນດີໃຫ້ເປັນຢ່າງດີ:

   ໃນຕະຫຼອດໄລຍະຜ່ານມາທີ່ໄດ້ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16, ປະຊາຊົນ ໄດ້ປະຕິບັດບັນດາແຜນນະໂຍບາຍເປັນຢ່າງດີທີ່ສຸດ, ການນຳທ້ອງຖິ່ນໄດ້ຍົກອອກບັນດາມາດຕະການທີ່ມີປະໂຫຍດ, ແທດຈິງ, ບັນລຸປະສິດທິຜົນ, ຫລຸດຜ່ອນຄວາມເສຍຫາຍດ້ານຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນໃນລະດັບຕ່ຳສຸດ. ບໍ່ມີການຊີ້ນຳນີ້ ກໍ່ຈະຖືກເສຍຫາຍຫຼາຍກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ