ທ່ານປະທານປະເທດ ຫງວຽນຊວນຟຸກ: ຄວນຍົກລະດັບອິດທິພົນຊື່ສຽງຂອງລາງວັນ ໂຮ່ຈີມິນ ຂຶ້ນສູ່ລະດັບໂລກ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ເພື່ອປະຕິບັດແຜນນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນກຳລັງໜູນຫຼັກແຫຼ່ງເພື່ອພັດທະນາກຳລັງການຜະລິດທັນສະໄໝ…” ທີ່ໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII
ທ່ານປະທານປະເທດ ຫງວຽນຊວນຟຸກ: ຄວນຍົກລະດັບອິດທິພົນຊື່ສຽງຂອງລາງວັນ ໂຮ່ຈີມິນ ຂຶ້ນສູ່ລະດັບໂລກ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ມອບລາງວັນໃຫ້ນັກວິທະຍາສາດ ຫງວຽນກວາງຮົ່

ຕອນຄ່ຳວັນທີ 23 ພະຈິກ, ທີ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຈັດຕັ້ງພິທີມອບລາງວັນ ໂຮ່ຈີມິນ ແລະ ລາງວັນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີລະດັບຊາດ ຄັ້ງທີ 6.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ: ເພື່ອປະຕິບັດແຜນນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນກຳລັງໜູນຫຼັກແຫຼ່ງເພື່ອພັດທະນາກຳລັງການຜະລິດທັນສະໄໝ…” ທີ່ໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຄວນມີບາດກ້າວຫັນປ່ຽນກ່ຽວກັບຍຸດທະສາດຄົ້ນຄ້ວາວິທະຍາສາດ, ໝູນໃຊ້ສົມທົບກັບການພັດທະນາເຕັກໂນໂລຊີໃນບາງຂະແໜງ, ຂົງເຂດມີທ່າແຮງ. ເມື່ອເຕື້ອງເຖິງເປົ້າໝາຍຮອດປີ 2030, ຫວຽດນາມ ກາຍເປັນປະເທດມີພື້ນຖານອຸດສາຫະກຳທັນສະໄໝ, ນອນໃນກຸ່ມ 15 ປະເທດສົ່ງອອກໃຫຍ່ສຸດໃນໂລກ, ທ່ານປະທານປະເທດ ຖືວ່າ ບັນດາລາງວັນໂຮ່ຈີມິນ, ລາງວັນວິທະຍາສາດ ແລະ ເຕັກໂນໂລຊີລະດັບຊາດຄວນເປັນໜຶ່ງໃນ ການເຄື່ອນໄຫວໃນລະບົບຄວາມມານະພະຍາຍາມຊຸກຍູ້ການພັດທະນາຂອງລະບົບຊີນິເວດປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ພັດທະນາພື້ນຖານອຸດສາຫະກຳທັນສະໄໝຂອງ ຫວຽດນາມ:

        “ການເຄື່ອນໄຫວມອບລາງວັນຄວາມເປັນເຫດການທີ່ສ້າງແຫຼ່ງບັນດານໃຈໃຫ້ແກ່ຖັນແຖວຊັບພະຍາກອນມະນຸດດ້ານວິທະຍາສາດ ແລະ ເຕັກໂນໂລຊີລະດັບສູງ, ສົ່ງເສີມທົ່ວສັງຄົມເພີ່ມທະວີການລົງທຶນໃຫ້ແກ່ການເຄື່ອນໄຫວປ່ຽນແປງໃໝ່ຫົວຄິດປະດິດສ້າງ. ຂ້າພະເຈົ້າສະເໜີຄວນພິຈາລະນາ, ຍົກລະດັບອິດທິພົນຊື່ສຽງຂອງລາງວັນໂຮ່ຈີມິນ ກ່ວາອີກ ເພື່ອບືນຕົວຂຶ້ນສູ່ລະດັບພາກພື້ນ ແລະ ໂລກ. ເປີດກ້ວາງຂອບຂະໜາດ ລາງວັນມອບໃຫ້ບັນດານັກວິທະຍາສາດສາກົນທີ່ມີການປະກອບສ່ວນຄົ້ນຄ້ວາກ່ຽວກັບ ຫວຽດນາມ ໃນທຸກຂົງເຂດ. ຂ້າພະເຈົ້າຫວັງວ່າ, ນັບມື້ນັບມີນັກວິທະຍາສາດຫຼາຍຄົນຍາດໄດ້ລາງວັນສາກົນທີ່ມີອິດທິພົນຊື່ສຽງ, ເຊີດຊູພື້ນຖານວິທະຍາສາດຂອງປະເທດຊາດ, ປະກອບສ່ວນເຮັດໃຫ້ພູມປັນຍາ ຫວຽດນາມ ມີຊື່ສຽງໂດ່ງດັງ, ປະກອບສ່ວນເຂົ້າໃນສາງພູມປັນຍາ, ວິທະຍາສາດ, ເຕັກໂນໂລຊີຂອງມວນມະນຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ