ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາມ​ຂອງກອງ​ທັບ​ໃນ​ການ​ຊ່ວຍ​ປະ​ຊາ​ຊົນ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດໂຄວິດ - 19

(VOVWORLD) -ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງກຳລັງກອງທັບ ຍາມໃດກໍ່ຮັກສາລະບົບກຽມພ້ອມການສູ້ຮົບຢ່າງເຂັ້ມງວດ, ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນການປ້ອງກັນ, ຕ້ານ, ແກ້ໄຂຜົນຕາມມາ ຈາກໄພທຳມະຊາດ, ການຊອກຫາ, ກູ້ເອົາກູ້ຊີບ. 
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາມ​ຂອງກອງ​ທັບ​ໃນ​ການ​ຊ່ວຍ​ປະ​ຊາ​ຊົນ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດໂຄວິດ - 19 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຜູ້ບັນຊາການບັນດາກຳລັງປະກອບອາວຸດປະຊາຊົນ, ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມການທະຫານ ແລະ ການເມືອງທົ່ວປະເທດປີ 2021. ກອງປະຊຸມໄດ້ດຳເນີນຕາມຮູບແບບທາງໄກ ຢູ່ ສະຖານທີ່ເຊື່ອມຕໍ່ 141 ແຫ່ງໃນທົ່ວກອງທັບ.

ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງກຳລັງກອງທັບ ຍາມໃດກໍ່ຮັກສາລະບົບກຽມພ້ອມການສູ້ຮົບຢ່າງເຂັ້ມງວດ, ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານໃນການປ້ອງກັນ, ຕ້ານ, ແກ້ໄຂຜົນຕາມມາ ຈາກໄພທຳມະຊາດ, ການຊອກຫາ, ກູ້ເອົາກູ້ຊີບ. ພິເສດ, ກອງປະຊຸມການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ຕີລາຄາສູງບົດບາດນຳພາຂອງກອງທັບໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນຢູ່ບັນດາແຂວງທາງພາກໃຕ້ ແລະ ນະຄອນໂຮ່ຈີມິນ. ຮູບພາບກອງທັບຊ່ວຍເຫຼືອປະຊາຊົນຕ້ານໂລກລະບາດໄດ້ຈາລຶກຢູ່ໃນໃຈຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ