ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບນາຍົກລັດຖະມົນຕີ ມາເລເຊຍ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ມາເລເຊຍ ສົ່ງເສີມວິສາຫະກິດຂອງ ມາເລເຊຍ ເປີດກວ້າງການລົງທຶນເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບຸລິມະສິດສູງ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບນາຍົກລັດຖະມົນຕີ ມາເລເຊຍ - ảnh 1ທ່ານປະທານປະເທດ  ຫງວຽນຊວັນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ  Dato Sri Ismail Sabri bin Yaakob
(ພາບ: TTXVN)

ຕອນບ່າຍວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Dato Sri Ismail Sabri bin Yaakob ໄດ້ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວັນຟຸກ ຊາບກ່ຽວກັບໝາກຜົນການເຈລະຈາຕົ້ນຕໍກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຕາມນັ້ນແລ້ວ, 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ແຮງງານ; ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວແທດຈິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023.

        ຕີລາຄາໝາກຜົນການເຈລະຈາຢ່າງແທດຈິງລະຫວ່າງນາຍົກລັດຖະມົນຕີ 2 ທ່ານ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ມາເລເຊຍ ສົ່ງເສີມວິສາຫະກິດຂອງ ມາເລເຊຍ ເປີດກວ້າງການລົງທຶນເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບຸລິມະສິດສູງຄື: ອຸດສາຫະກຳເຕັກໂນໂລຊີສູງ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຄົ້ນຄວ້າພັດທະນາ, ຊຸກຍູ້ເສດຖະກິດດີຈີຕອນ. ທ່ານປະທານປະເທດກໍ່ສະເໜີໃຫ້ 2 ຝ່າຍຈົ່ງເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ, ຍູ້ແຮງການພົວພັນແລກປ່ຽນປະຊາຊົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ 2 ຝ່າຍສືບຕໍ່ສະໜັບສະໜູນ, ຕັ້ງໜ້າຮ່ວມມືຢູ່ສະຫະປະຊາຊາດ ແລະ ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ