ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ Croatia, Senegal ເຂົ້າຍື່ນສານຕາຕັ້ງ

(VOVWORLD) -ຕອນບ່າຍວັນທີ 13 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ Croatia, Senegal ເຂົ້າຍື່ນສານຕາຕັ້ງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ Croatia, Senegal ເຂົ້າຍື່ນສານຕາຕັ້ງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ivan Velimir Starcevic, ເອກອັກຄະລັດຖະທູດ Croatia
(ພາບ: TTXVN)

ທີ່ການຕ້ອນຮັບທ່ານ Ivan Velimir Starcevic, ເອກອັກຄະລັດຖະທູດສ. Croatia, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ Croatia. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ຝ່າຍຈົ່ງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ຜ່ານນັ້ນ, ເຮັດໃຫ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ) ໃຫ້ເລິກເຊິ່ງ ແລະ ບັນລຸປະສິດທິຜົນກວ່າ. ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ Croatia ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ.

        ທີ່ການຕ້ອນຮັບທ່ານ Abdoulaye Barro, ເອກອັກຄະລັດຖະທູດ Senegal, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຕັ້ງໜ້າຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ. 2 ຝ່າຍສືບຕໍ່ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ແລະ ອົງການເວົ້າພາສາຝລັ່ງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ Senegal ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ເຮັດວຽກຢູ່ Senegal.

ຕອບກັບ

ຂ່າວ/ບົດ​ອື່ນ