ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ເຂົ້າຢ້ຽມອຳ​ລາ

(VOVWORLD) - ຕອນບ່າຍວັນທີ 20 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານນາງ Dato Sharifah Norhana Syed Mustaffa ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ, ສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.
ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ເລ​ເຊຍ ເຂົ້າຢ້ຽມອຳ​ລາ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານນາງ Dato Sharifah Norhana Syed Mustaffa ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊົມເຊີຍທ່ານນາງ Dato Sharifah Norhana Syed Mustaffa ທີ່ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ ຫວຽດນາມ ໄດ້ເປັນຢ່າງດີ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງໜ້າຕັ້ງຂອງທ່ານນາງໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຜ່ານມາ.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ພ້ອມກັບບັນດາປະເທດ ອາຊຽນ ອື່ນຮັກສາຄວາມສາມັກຄີ ແລະ ທັດສະນະລວມ, ບົດບາດໃຈກາງ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ: ຊຸກຍູ້ການປະຕິບັດ DOC, ດຳເນີນການເຈລະຈາເພື່ອແນໃສ່ບັນລຸໄດ້ຖະແຫຼງການ COC ຢ່າງມີປະສິດທິພາບ, ປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

        ສ່ວນທ່ານນາງເອກອັກຄະລັດຖະທູດ Dato Sharifah Norhana Syed Mustaffa ສະແດງຄວາມປິຕິຊົມຊື່ນ ເມື່ອປະຕິບັດສຳເລັດໜ້າທີ່ຂອງຕົນຢູ່ ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ຫວັງວ່າ ສອງປະເທດຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ໂດຍສະເພາະແມ່ນດ້ານການຄ້າ ແລະ ການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ