ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

(VOVWORLD) -ຕອນບ່າຍວັນທີ 23 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດບັນດາປະເທດ ມົງໂກນ, ນິເຊເຣຍ,  Timor Leste, ອານເຊຣີ ເຂົ້າຍື່ນສານຕາຕັ້ງ.



ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ Jigjee Sereejav (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ເອກອັກຄະລັດຖະທູດທຸກທ່ານທີ່ໄດ້ຮັບການແຕ່ງຕັ້ງມາປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ ໃນຄັ້ງນີ້, ພ້ອມທັງຫວັງວ່າ ໃນອາຍຸການນີ້,  ບັນດາທ່ານເອກອັກຄະລັດຖະທູດຈະມີການເຄື່ອນໄຫວທີ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ກັບບັນດາປະເທດພັດທະນາ.

        ເອກອັກຄະລັດຖະທູດແຕ່ລະທ່ານຕ່າງກໍສະແດງຄວາມເປັນກຽດເປັນຢ່າງຍິງທີ່ໄດ້ມາປະຕິບັດໜ້າທີ່ຢູ່ ຫວຽດນາມ ແລະ ຢັ້ງຢືນວ່າ ຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການພົວພັນລະຫວ່າງສອງປະເທດໃນຫຼາຍຂົງເຂດ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ. ພ້ອມທັງຫວັງວ່າ ໃນໄລຍະປະຕິບັດງານຢູ່ຫວຽດນາມ ຈະໄດ້ຮັບການຊ່ວຍເຫຼືອຈາກອົງການທີ່ມີບົດບາດຫນ້າທີ່ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ