ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດອາເມລິກາ Daniel Kritenbrink

(VOVWORLD) -ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ Daniel Kritenbrink ຈະສືບຕໍ່ສະໜັບສະໜູນການພົວພັນລະຫວ່າງຫວຽດນາມ-ອາເມລິກາ, ນຳການພົວພັນໃຫ້ພັດທະນາສະຖຽນລະພາບ, ຍາວນານ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດອາເມລິກາ Daniel Kritenbrink - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink
(ພາບ: TTXVN)

ວັນທີ 16 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink ມາມອບຈົດໝາຍອວຍພອນຂອງທ່ານປະທານາທິບໍດີອາເມລິກາ Joe Biden ເຖິງທ່ານປະທານປະເທດ ຫງວຽນຊວັນຟຸກ, ເນື່ອງໃນໂອກາດສະພາແຫ່ງຊາດມີຄວາມໄວ້ວາງໃຈເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ ແລະ ເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ Daniel Kritenbrink ຈະສືບຕໍ່ສະໜັບສະໜູນການພົວພັນລະຫວ່າງຫວຽດນາມ-ອາເມລິກາ, ນຳການພົວພັນໃຫ້ພັດທະນາສະຖຽນລະພາບ, ຍາວນານ, ແກ້ໄຂບັນດາບັນຫາທາງດ້ານເສດຖະກິດ ການຄ້າຢ່າງສົມເຫດສົມຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink ຢືນຢັນວ່າ, ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ທ່ານກໍ່ຈະສືບຕໍ່ເປັນເພື່ອນມິດຂອງຫວຽດນາມ ແລະ ປະກອບສ່ວນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງນັບທັງທາງດ້ານ 2 ຝ່າຍ, ພາກພື້ນ ແລະ ສາກົນ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດອາເມລິກາ Daniel Kritenbrink - ảnh 2ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Daniel Kritenbrink
(ພາບ: baoquocte.vn)

ວັນທີ 16 ເມສາ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink ເຂົ້າຢ້ຽມອຳລາ ກ່ອນທີ່ສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ ໄດ້ຕີລາຄາສູງການສົມທົບຂອງສະຖານທູດອາເມລິກາ, ພິເສດແມ່ນທ່ານເອກອັກຄະລັດຖະທູດເອງ ທີ່ໄດ້ມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງມີປະສິດທິຜົນ, ໝັ້ນຄົງ, ກ້າວເຂົ້າສູ່ລວງເລິກບົນພື້ນຖານເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ. ທ່ານ ຫງວຽນກ໊ວກຢຸງ ຢືນຢັນວ່າ, ແຜນນະໂຍບາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາຢາກຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ໃຫ້ເລິກເຊິ່ງກວ່າອີກ. ເນື່ອງໃນໂອກາດນີ້, ໂດຍໄດ້ຮັບມອບສິດຈາກການນຳຫວຽດນາມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Daniel Kritenbrink ຍ້ອນມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ.

        ແລະກໍ່ໃນຕອນບ່າຍວັນທີ 16 ເມສາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Daniel Kritenbrink. ທີ່ການຕ້ອນຮັບ, 2 ຝ່າຍໄດ້ເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ ຕາມບັນດາເອກະສານທີ່ໄດ້ຮັບການລົງນາມແລ້ວ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນທັງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ