ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ​ຢູ່​ເຂດ ອະນຸສອນສະຖານ ທ່ານ​ນາ​ຍົກ​ລັດະ​ຖ​ະ​ມົນ​ຕີ ຟ້າມ​ວັນ​ດົ່ງທີ່ແຂວງ​ກ໋​ວາງ​ຫງາຍ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແມ່ນນັກປະຕິວັດທີ່ອົງອາດກ້າຫານ ຂອງພັກກອມມູນິດ ຫວຽດນາມ, ນັກການທູດທີ່ມີຄວາມສາມາດ, ນັກຮຽນທີ່ດີເດັ່ນ, ຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງປະທານໂຮ່ຈີມິນ.
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ​ຢູ່​ເຂດ ອະນຸສອນສະຖານ ທ່ານ​ນາ​ຍົກ​ລັດະ​ຖ​ະ​ມົນ​ຕີ ຟ້າມ​ວັນ​ດົ່ງທີ່ແຂວງ​ກ໋​ວາງ​ຫງາຍ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ອາໄລຫາທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ (ພາບ: TTXVN)

ໂດຍສືບຕໍ່ການປະຕິບັດງານຍາມຕົ້ນລະດູບານໃໝ່ປີຂານຢູ່ບັນດາແຂວງພາກກາງ, ຕ້ອນເຊົ້າວັນທີ 16 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຖະຫວາຍທູບທຽນ ອາໄລຫາທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ຢູ່ເຂດອະນຸສອນສະຖານ ນາຍົກລັດຖະມົນຕີ ຟ້າມວັນດົ່ງທີ່ແຂວງກ໋ວາງຫງາຍ.

ເມື່ອຂຽນບັນທຶກໃນປຶ້ມອາໄລຫາຢູ່ທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຕໍ່ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ, ນັກວັດທະນະທຳທີ່ຍິ່ງໃຫຍ່, ການນຳທີ່ປີຊາສາມາດຂອງ ພັກ ແລະ ລັດ. ທ່ານປະທານປະເທດ ຢັ້ງຢືນວ່າ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແມ່ນນັກປະຕິວັດທີ່ອົງອາດກ້າຫານ ຂອງພັກກອມມູນິດ ຫວຽດນາມ, ນັກການທູດທີ່ມີຄວາມສາມາດ, ນັກຮຽນທີ່ດີເດັ່ນ, ຜູ້ຮ່ວມງານທີ່ໃກ້ຊິດສະໜິດສະໜົມຂອງປະທານໂຮ່ຈີມິນ, ທ່ານໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນເພື່ອປະເທດຊາດເພື່ອປະຊາຊົນ, ສູ້ຊົນໃຫ້ແກ່ເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ.

ແລະໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂັວນ ແລະ ໂອ້ລົມກັບກຳມະກອນ, ຜູ້ອອກແຮງງານບໍລິສັດຫຸ້ນສ່ວນກັນນ້ຳມັນ ບິ່ງເຊີນ (BSR) ຂຶ້ນກັບກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ