ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳພັກ, ລັດ ແນວໂຮມປະເທດຊາດ ສະແດງຄວາມເຄົາລົບນັບຖື ຕໍ່ດວງວິນຍານພົນເອກ ຫວໍງວຽນຢາບ - ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ - ນາຍພົນແຫ່ງເທບນິຍາຍຂອງຊາດຫວຽດນາມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ - ảnh 1(ທ່ານປະທາປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢາບ)

ຕອນເຊົ້າວັນທີ 22 ສິງຫາ, ທ່ານປະທາປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາທ່ານພົນເອກ ຫວໍງວຽນຢາບ ຢູ່ອະນຸສາວະລີພົນເອກ ຫວໍງວຽນຢາບ, ຢູ່ເຮືອນສ່ວນຕົວຂອງພົນເອກ ຫວໍງວຽນຢາບ ທີ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ (25 ສິງຫາ 1911 – 25 ສິງຫາ 2021). ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳພັກ, ລັດ ແນວໂຮມປະເທດຊາດ ສະແດງຄວາມເຄົາລົບນັບຖື ຕໍ່ດວງວິນຍານພົນເອກ ຫວໍງວຽນຢາບ - ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ - ນາຍພົນແຫ່ງເທບນິຍາຍຂອງຊາດຫວຽດນາມ; ຕອບບຸນແທນຄຸນການອຸທິດສ່ວນຢ່າງໃຫຍ່ຫຼວງຂອງພົນເອກ, ຜູ້ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ຊາດຫວຽດນາມ.

ທ່ານພົນເອກ ຫວໍງວຽນຢາບ, ເກີດວັນທີ 25 ສິງຫາ 1911 ຢູ່ບ້ານ ອານຊາ, ຕາແສງ ລົກຖຸຍ, ເມືອງ ເລ້ຖຸຍ, ແຂວງ ກວາງບິງ. ຕະຫຼອດຊີວິດຂອງຕົນ, ທ່ານພົນເອກໄດ້ຕິດພັນກັບພາລະກິດການປະຕິວັດຂອງພັກ ແລະ ຊາດຫວຽດນາມ. ພົນເອກ ຫວໍງວຽນຢາບ ແມ່ນນັກຊ່ຽວຊານມີຄວາມເກັ່ງກ້າສາມາດແຖວໜ້າກ່ຽວກັບທິດທາງການຕໍ່ສູ້ປະຊາຊົນ ຂອງຂະບວນການປົດປ່ອຍຊາດຢູ່ພາຍໃນປະເທດ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ