ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ນັກ​ທຸ​ລະ​ກິດ ຫວຽດ​ນາມ ມີ​ຄວາມ​ສາ​ມັກ​ຄີ, ມາ​ນະ​ພະ​ຍ​າ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) -ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ວິສາຫະກິດ, ນັກທຸລະກິດ ທີ່ບືນຕົວຂຶ້ນຢ່າງແຮງ ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມຜະລິດ; ປະຕິບັດຄຳຮຽກຮ້ອງຂອງພັກ, ລັດ, ປະກອບສ່ວນໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ, ກຳລັງດ່ານໜ້າປ້ອງກັນ, ຕ້ານໂຄວິດ. 
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ນັກ​ທຸ​ລະ​ກິດ ຫວຽດ​ນາມ ມີ​ຄວາມ​ສາ​ມັກ​ຄີ, ມາ​ນະ​ພະ​ຍ​າ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ສືບຕໍ່ລາຍການເຮັດວຽກຢູ່ ນະຄອນໂຮ່ຈີມິນ, ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ຕອນເຊົ້າວັນທີ 12 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຜູ້ແທນ ກ່ວາ 40 ຄົນ ທີ່ຕາງໜ້າໃຫ້ນັກທຸລະກິດ ກ່ວາ 10.000 ຄົນຂອງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ວິສາຫະກິດ, ນັກທຸລະກິດ ທີ່ບືນຕົວຂຶ້ນຢ່າງແຮງ ແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມຜະລິດ; ປະຕິບັດຄຳຮຽກຮ້ອງຂອງພັກ, ລັດ, ປະກອບສ່ວນໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ, ກຳລັງດ່ານໜ້າປ້ອງກັນ, ຕ້ານໂຄວິດ. ທ່ານປະທານປະເທດ ເນັ້ນໜັກເຖິງບົດບາດສຳຄັນ ຂອງນັກທຸລະກິດ, ວິສາຫະກິດ ຫວຽດນາມ ທີ່ໄດ້ຮັບຮູ້ຈາກ ພັກ, ລັດວ່າ ແມ່ນກຳລັງໜູນສຳຄັນ ເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ເມື່ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄົນເຈັບທີ່ພວມປິ່ນປົວພະຍາດຢູ່ ໂຮງໝໍເດັກນະຄອນໂຮ່ຈີມິນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ການນຳ, ແພດໝໍ, ພາລະກອນໂຮງໝໍ ທີ່ໄດ້ເສີມຂະຫຍາຍຈິດໃຈ, ມີຄວາມຮັບຜິດຊອບຢ່າງສູງຂອງກຳລັງດ່ານໜ້າປ້ອງກັນຕ້ານພະຍາດ, ມີຄວາມສຸດໃຈຕໍ່ການກອບກູ້ເອົາຊີວິດ, ປິ່ນປົວ, ຈຳກັດຈຳນວນຜູ້ເສຍຊີວິດ ຍ້ອນໂລກລະບາດ, ປະກອບສ່ວນຊ່ວຍໃຫ້ນະຄອນຜ່ານຜ່າໂລກລະບາດໂຄວິດ - 19.

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ ໄດ້ປະຕິບັດການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາມາດຕະການເພື່ອຄວບຄຸມໂລກລະບາດໂຄວິດ - 19, ພັດທະນາເສດຖະກິດ - ສັງຄົມ ໃນບໍລິເວນນະຄອນ ໃນໄລຍະຈະມາເຖິງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍ ບັນດາຄວາມມານນະພະຍາຍາມຢຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ຂອງ ການນຳ, ປະຊາຊົນນະຄອນ, ຂອງກຳລັງດ່ານໜ້າຂອງນະຄອນ ກໍ່ຄືການໜູນຊ່ວຍຊອງພໍ່ແມ່ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ