ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ປະ​ຕ​ິ​ບັດ​ຄວາມ​ຄາດ​ຫວັງຢາກ​ໃຫ້​ຫວຽດ​ນາມມີ​ຄວາມ​ເຂັ້ມ​ແຂງ​ແຮງ​ກ້າ

(VOVWORLD) -ທີ່ພິທີ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ, ຫົວໜ້າຄະນະທຸຕານຸທູດ ໄດ້ເນັ້ນໜັກວ່າ: ເຖິງວ່າຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງຈາກພະຍາດໂຄວິດ - 19 ແລະ ສະພາບການໂລກຂາດສະຖຽນລະພາບກໍ່ຕາມ ແຕ່ ຫວຽດນາມຍັງບັນລຸຫຼາຍຜົນສຳເລັດທີ່ເປັນໜ້າພາກພູມໃຈ.
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ປະ​ຕ​ິ​ບັດ​ຄວາມ​ຄາດ​ຫວັງຢາກ​ໃຫ້​ຫວຽດ​ນາມມີ​ຄວາມ​ເຂັ້ມ​ແຂງ​ແຮງ​ກ້າ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນຄ່ຳວັນທີ 31 ສິງຫາ, ຢູ່ສູນກອງປະຊຸມສາກົນ ເຮືອນເລກທີ 11, ຖະໜົນເລຮົ່ງຟອງ, ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ປະເທດສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2022). ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ: ໃນແຕ່ລະເສັ້ນທາງທີ່ຜ່ານຜ່າ, ຫວຽດນາມ ຍາມໃດກໍ່ໄດ້ຮັບການຮ່ວມເດີນທາງ, ໜູນຊ່ວຍອັນລ້ຳຄ່າ, ການຮ່ວມມືຢ່າງມີປະສິດທິຜົນຈາກປະຊາຄົມສາກົນ. ພິເສດ, ໃນໄລຍະເກີດພະຍາດໂຄວິດ - 19 ຜ່ານມາ, ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ມີຫຼາຍປະເທດ, ຄູ່ຮ່ວມມື, ເພື່ອນມິດສາກົນ ຍັງແບ່ງປັນວັກຊິນ ແລະ ວັດຖຸອຸປະກອນການແພດ ໃຫ້ ຫວຽດນາມ ໃນໄລຍະທີ່ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວວ່າ:

        ຫວຽດນາມຕ້ອງມີການສະໜັບສະໜູນ, ຮ່ວມເດີນທາງ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ຂອງທົ່ວປະຊາຄົມສາກົນ ເພື່ອມີກຳລັງພາຍນອກຕື່ມອີກ ເພີ່ມເຕີມໃຫ້ກຳລັງພາຍໃນຂອງປະເທດຊາດ ໃຫ້ແກ່ການພັດທະນາໄວ, ຍືນຍົງ. ພ້ອມກັບບັນດາໂຄງການຮ່ວມມືສອງຝ່າຍ, ຫຼາຍຝ່າຍທີ່ພວກເຮົາມີຢູ່ແລ້ວ, ຂ້າພະເຈົ້າສະເໜີ 4 ບຸລິມະສິດຮ່ວມມືຄືດັ່ງນີ້: ທີໜຶ່ງ, ຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍສາກົນ. ທີສອງ, ສືບຕໍ່ນຳການພົວພັນຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ, ໃຫ້ບຸລິມະສິດແກ່ການພັດທະນາພື້ນຖານໂຄງລ່າງ, ຮັບປະກັນລະບົບສະໜອງແບບຍືນຍົງ… ທີ ສາມ, ຍູ້ແຮງການຮ່ວມມືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຮັບມືກັບໂລກລະບາດ. ທີ ສີ່ແມ່ນ, ເພີ່ມທະວີຮູບການເຊື່ອມຕໍ່, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄະນະນັກລົງທຶນ, ການຄ້າ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ.

        ທີ່ພິທີ, ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ, ຫົວໜ້າຄະນະທຸຕານຸທູດ ໄດ້ເນັ້ນໜັກວ່າ: ເຖິງວ່າຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງຈາກພະຍາດໂຄວິດ - 19 ແລະ ສະພາບການໂລກຂາດສະຖຽນລະພາບກໍ່ຕາມ ແຕ່ ຫວຽດນາມຍັງບັນລຸຫຼາຍຜົນສຳເລັດທີ່ເປັນໜ້າພາກພູມໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ