ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ ມອບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ບຸກ​ຄະ​ລາ​ກອນ

(VOVWORLD) - ຕອນເຊົ້າວັນທີ 01 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ກຳປູເຈຍ ໃຫ້ແກ່ທ່ານ ຫງວຽນຮຸຍຕັງ.
ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ ມອບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ບຸກ​ຄະ​ລາ​ກອນ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ກຳປູເຈຍ ໃຫ້ແກ່ທ່ານ ຫງວຽນຮຸຍຕັງ (ພາບ: baochinhphu.vn)

 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ຈົ່ງເຊື່ອມຊຶມແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງພັກກອມມູນິດ ຫວຽດນາມ, ຈາກນັ້ນປະກອບສ່ວນເຂົ້າໃນການປະຕິບັດທິດນຳພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ. ພ້ອມທັງ, ສືບຕໍ່ເພີ່ມພູນຄູນສ້າງ, ຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ; ປະຕິບັດໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ໃຫ້ເປັນຢ່າງດີ, ຊ່ວຍໃຫ້ພໍ່ແມ່ພີ່ນ້ອງເຊື່ອມຕົວເຂົ້າກັບສັງຄົມ ແລະ ປະຕິບັດກົດໝາຍຂອງປະເທດປະຈຳຖິ່ນໄດ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງປະເທດປະຈຳຖິ່ນ ແລະ ແມ່ນຂົວເຊື່ອມຕໍ່ສາຍພົວພັນລະຫວ່າງສອງປະເທດ.

ທ່ານ​ປະ​ທານ​ປະ​ເທດ​ ຫງວຽນ​ຊວັນ​ຟຸກ ມອບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ບຸກ​ຄະ​ລາ​ກອນ - ảnh 2ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບຂໍ້ຕົກລົງເລື່ອນຊັ້ນ ແຕ່ພົນຕີ ຂຶ້ນເປັນ ພົນໂທ ແກ່ທ່ານ ເຈິ່ນຫວຽດຄວາ, ຜູ້ອຳນວຍການວິທະຍາຄານປ້ອງກັນຊາດ (ພາບ:TTXVN)
 ກໍໃນຕອນເຊົ້າຂອງວັນທີ 01 ກັນຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດຂອງກຳລັງປະກອບອາວຸດປະຊາຊົນ ກໍໄດ້ມອບຂໍ້ຕົກລົງເລື່ອນຊັ້ນ ແຕ່ພົນຕີ ຂຶ້ນເປັນ ພົນໂທ ແກ່ທ່ານ ເຈິ່ນຫວຽດຄວາ, ຜູ້ອຳນວຍການວິທະຍາຄານປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ