ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຢູ່ ອານ​ຢາງ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຜູ້ຕາງໜ້າບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາດ, ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນບໍລິເວນແຂວງ ເນື່ອງໃນໂອກາດບຸນປີໃໝ່.
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຢູ່ ອານ​ຢາງ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ (ພາບ: VOV)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ - ລະດູບານໃໝ່ປີຂານ 2022, ຕອນເຊົ້າວັນທີ 18 ມັງກອນ, ຢູ່ນະຄອນ ລອງຊວຽນ, ແຂວງ ອານຢາງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຜູ້ຕາງໜ້າບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາດ, ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນໃນບໍລິເວນແຂວງ ເນື່ອງໃນໂອກາດບຸນປີໃໝ່.

        ເມື່ອໄປຢ້ຽມຢາມ, ລະດົມກຳລັງໃຈພໍ່ແມ່ປະຊາຊົນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ ປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ອານຢາງ ຈະສືບຕໍ່ສາມັກຄີກັນ, ມີກຳລັງໜູນໃໝ່ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດ ແລະ ໜ້າທີ່ພັດທະນາເສດຖະກິດສັງຄົມ, ນຳທ້ອງຖິ່ນພັດທະນາ ແລະ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍຢ້ຽມຢາມ, ມອບຂອງຂວັນໃຫ້ບາງຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວນອນໃນໂຄງການຊ່ວຍໜູນສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ