ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ມອບ​ໜ້າ​ທີ່​ໃຫ້​ແກ່​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ໃນຍາມ​ຕົ້ນ​ປີ​ໃໝ່

(VOVWORLD) -ເນື່ອງໃນໂອກາດກັບຄືນສູ່ເຮັດວຽກທຳອິດ ພາຍຫຼັງພັກບຸນປີໃໝ່ປະຈຳຊາດປີຂານ, ຕອນເຊົ້າວັນທີ 7 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະ, ມອບໜ້າທີ່ໃຫ້ແກ່ພະນັກງານ, ພາລະກອນ ຫ້ອງວ່າການປະທານປະເທດ.

ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ມອບ​ໜ້າ​ທີ່​ໃຫ້​ແກ່​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ໃນຍາມ​ຕົ້ນ​ປີ​ໃໝ່ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ (ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ດ້ວຍຄວາມເອົາໃຈໃສ່ຈາກການນຳ, ການຊີ້ນຳນຳພາຂອງ ພັກ, ລັດ, ປະຊາຊົນໃນທົ່ວປະເທດ ໄດ້້ຕ້ອນຮັບບຸນເຕັດ, ຕ້ອນຮັບລະດູບານໃໝ່ ຢ່າງອົບອຸ່ນ, ປອດໄພ, ປະຢັດ ທີ່ສຸດ ໃນນັ້ນມີ ຫ້ອງວ່າການປະທານປະເທດ. ທ່ານເນັ້ນໜັກວ່າ ຫ້ອງວ່າການປະທານປະເທດ ແມ່ນສຳນັກງານໃນລະບົບແຫ່ງລັດ, ດັ່ງນັ້ນ ຫ້ອງວ່າການປະທານປະເທດ ມີໜ້າທີ່ສຳຄັນໃນການເປັນເສນາທິການຊ່ວຍວຽກໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດ, ທ່ານປະທານປະເທດສະເໜີວ່າ ໃນປີ 2022, ຫ້ອງວ່າການ ຈະປະຕິບັດທຸກໜ້າທີ່ເຊິ່ງໄດ້ຮັບມອບໝາຍໃຫ້ດີກ່ວາອີກ, ທັງປະຕິບັດວຽກງານເປັນເສນາທິການຊ່ວຍວຽກໃຫ້ເປັນຢ່າງດີ, ທັງປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ. ຕາມນັ້ນແລ້ວ, ແຕ່ລະຫົວໜ່ວຍ, ສ່ວນບຸກຄົນ ຕ້ອງຍົກສູງຈິດໃຈຄວາມຮັບຜິດຊອບ, ກໍ່ສ້າງແຜນການກະທຳປະຕິບັດໜ້າທີ່ ເຊິ່ງໄດ້ຮັບມອບໝາຍ, ເລີ່ມຕົ້ນປະຕິບັດວຽກງານນັບແຕ່ວັນເຮັດວຽກທຳອິດຂອງປີໃໝ່ 2022.

ຕອບກັບ

ຂ່າວ/ບົດ​ອື່ນ