ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມ, ມອບຂອງຂວັນຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ແຂວງ ເງະອານ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມ, ມອບຂອງຂວັນຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ແຂວງ ເງະອານ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນ
(ພາບ: thanhtra.com.vn)

ຕອນບ່າຍວັນທີ 05 ກັນຍາ, ຢູ່ນະຄອນ ວິງ, ແຂວງ ເງະອານ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຂອງແຂວງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ຢາມຖາມຂ່າວເຖິງບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ; ທ່ານປາດຖະໜາວ່າ ພໍ່ແມ່ປະຊາຊົນມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອໃຫ້ມີຊີວິດທີ່ດີກວ່າ. ທ່ານປະທານປະເທດ ສະເໜີໃຫ້ການນຳທ້ອງຖິ່ນຈົ່ງເອົາໃຈໃສ່, ໜູນຊ່ວຍໃຫ້ແກ່ປະຊາຊົນຢ່າງທັນການ, ໂດຍສະເພາະແມ່ນຄອບຄົວນະໂຍບາຍ ແລະ ຄອບຄົວທຸກຍາກໄດ້ມີວຽກເຮັດງານທຳດ້ວຍຄວາມສະດວກ, ກູ້ຢືມເງິນລົງທຶນບືນຕົວຂຶ້ນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

        ຕໍ່ຈາກນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຢູ່ເມືອງ ຮືງງວຽນ, ແຂວງ ເງະອານ.

ຕອບກັບ

ຂ່າວ/ບົດ​ອື່ນ