ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມພໍ່ແມ່ປະຊາຊົນ ແລະ ສະຖານທູດ ຫວຽດນາມ ປະຈຳ ໄທ

(VOVWORLD) -ທ່ານປະທານປະເທດ ປາດຖະໜາວ່າ ພໍ່ແມ່ປະຊາຊົນຈົ່ງສືບຕໍ່ສາມັກຄີກັນ, ຮັກແພງ, ອູ້ມຊູຊວ່ຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນໃຫ້ແກ່ການພັດທະນາຂອງທັງ 2 ປະເທດ
ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມພໍ່ແມ່ປະຊາຊົນ ແລະ ສະຖານທູດ ຫວຽດນາມ ປະຈຳ ໄທ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ໄທ)

        ຕອນຄ່ຳວັນທີ 17 ພະຈິກ, ເນື່ອງໃນໂອກາດການຢ້ຽມຢາມ ໄທ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ APEC ຄັ້ງທີ 29, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ໄທ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ໄທ. ທີ່ການໂອ້ລົມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ. ທ່ານປະທານປະເທດ ປາດຖະໜາວ່າ ພໍ່ແມ່ປະຊາຊົນຈົ່ງສືບຕໍ່ສາມັກຄີກັນ, ຮັກແພງ, ອູ້ມຊູຊວ່ຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນໃຫ້ແກ່ການພັດທະນາຂອງທັງ 2 ປະເທດ, ຮັກສາຊື່ສຽງ, ພາບພົດຂອງປະຊາຄົມ, ປະຕິບັດຕາມກົດໝາຍຂອງປະເທດປະຈຳຖິ່ນໃຫ້ເປັນຢ່າງດີ, ຮັກສາສີສັນວັດທະນະທຳ, ຮີດຄອງປະເພນີຂອງຊາວ ຫວຽດນາມ, ພິເສດແມ່ນພາສາເວົ້າ ແລະ ຕົວໜັງສືຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ