ທ່ານປະທານປະເທດ ຫງວຽນຊວັນຟຸກ: ລາຍການ “75.000 ຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ແມ່ນແທດຈິງທີ່ສຸດ

(VOVWORLD) -ທ່ານປະທານປະເທດຕີລາຄາວ່າ ລາຍການໄດ້ຊ່ວຍປຸກລຸກ ແລະ ຊຸກຍູ້ການສ້າງວັດທະນະທຳໃໝ່ໃນອົງການ, ຫົວໜ່ວຍ, ວິສາຫະກິດ, ບັນດາຂໍ້ລິເລີ່ມເຂົ້າຮ່ວມລາຍການມີໜ້າໃນທຸກຂົງເຂດເສດຖະກິດ - ສັງຄົມ
ທ່ານປະທານປະເທດ ຫງວຽນຊວັນຟຸກ: ລາຍການ “75.000 ຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ແມ່ນແທດຈິງທີ່ສຸດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ສົ່ງຈົດໝາຍຍ້ອງຍໍຊົມເຊີຍສະຫະພັນໃຫຍ່ແຮງງານ ຫວຽດນາມ ກ່ຽວກັບການປຸກລະດົມ ແລະ ຜັນຂະຫຍາຍ ລາຍການ “75.000 ຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ບັນລຸຜົນສຳເລັດ ກົງກັບໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນແຮງງານສາກົນຢູ່ ຫວຽດນາມ.

        ທ່ານປະທານປະເທດຕີລາຄາວ່າ ລາຍການໄດ້ຊ່ວຍປຸກລຸກ ແລະ ຊຸກຍູ້ການສ້າງວັດທະນະທຳໃໝ່ໃນອົງການ, ຫົວໜ່ວຍ, ວິສາຫະກິດ, ບັນດາຂໍ້ລິເລີ່ມເຂົ້າຮ່ວມລາຍການມີໜ້າໃນທຸກຂົງເຂດເສດຖະກິດ - ສັງຄົມເຊິ່ງໄດ້ຮັບຄວາມເຄົາລົບ, ໜ້າຮັບຮູ້ ແລະ ເປັນການລະດົມກຳລັງໃຈຢ່າງທັນການ, ມີຂໍ້ລິເລີ່ມຫຼາຍຂໍ້ໄດ້ນຳໃຊ້ເຂົ້າໃນສະພາບຕົວຈິງຂອງການອອກແຮງງານ, ຜະລິດ ແລະ ວຽກງານຂອງອົງການ, ຫົວໜ່ວຍ, ວິສາຫະກິດຢ່າງມີປະສິດທິຜົນ, ນຳມາເຊິ່ງມູນຄ່າເພີ່ມສູງ.

ຕອບກັບ

ຂ່າວ/ບົດ​ອື່ນ