ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງປະເທດ ສິງກະໂປ ຢ່າງຈົບງາມ

(VOVWORLD) -ກ່ອນທີ່ເດີນທາງອອກຈາກ ສິງກະໂປ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຢ້ຽມຢາມເຂດໄຟຟ້າແສງຕາເວັນ Tengeh

ຕອນບ່າຍວັນທີ 26 ກຸມພາ, ກ່ອນທີ່ເດີນທາງອອກຈາກ ສິງກະໂປ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປຢ້ຽມຢາມເຂດໄຟຟ້າແສງຕາເວັນ Tengeh, ນີ້ແມ່ນໜຶ່ງໃນບັນດາເຂດໄຟຟ້າແສງຕາເວັນໃຫຍ່ທີ່ສຸດໃນໂລກ.

ຕອນຄ່ຳວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ສິງກະໂປ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງປະເທດ ສິງກະໂປ ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ