ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການເຖິງ ກຸຍບາ ຢ່າງຈົບງາມ

(VOVWORLD) -ການຢ້ຽມຢາມກຸຍບາ ຄັ້ງນີ້ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ບັນລຸຜົນສຳເລັດຢ່າງຈົບງາມທີ່ສຸດ, ເປີດໄລຍະຮ່ວມມືພັດທະນາໃໝ່ລະຫວ່າງຫວຽດນາມ ແລະ ກຸຍບາ
ທ່ານປະທານປະເທດ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການເຖິງ ກຸຍບາ ຢ່າງຈົບງາມ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)

ຕອນບ່າຍວັນທີ 21 ກັນຍາ (ຕາມເວລາ ຫວຽດນາມ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສິ້ນສຸດການຢ້ຽມຢາມສັນທະວະໄມຕີ ກຸຍບາ ຢ່າງເປັນທາງການ ໃນລະຫວ່າງວັນທີ 18 - 20 ກັນຍາ ຢ່າງຈົບງາມ. ໃນ 3 ມື້ຢ້ຽມຢາມກຸຍບາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການເຄື່ອນໄຫວສຳຄັນຫຼາຍຢ່າງຄື: ພົບປະສົນທະນາກັບທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກຸຍບາ, ປະທານປະເທດກຸຍບາ Miguel Diaz Canel Bermudez; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Manuel Marrero Cruz; ພົບປະກັບທ່ານປະທານສະພາແຫ່ງຊາດ Esteban Lazo… ຢູ່ທີ່ນີ້, 2 ຝ່າຍໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມື 2 ຝ່າຍ, ໃນນັ້ນມີແຜນການກະທຳໂຄງການດຳເນີນງານເສດຖະກິດໄລຍະກາງ; ບັນດາຂໍ້ຕົກລົງຮ່ວມມືດ້ານຕຸລາການ, ສາທາລະນະສຸກ, ສິນໃນນ້ຳ, ກະສິກຳ, ພະລັງງານສະອາດ… ໃນການຢ້ຽມຢາມ, ທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກຸຍບາ, ປະທານປະເທດກຸຍບາ Miguel Diaz Canel Bermudez ໄດ້ເປັນປະທານພິທີປະດັບຫຼຽນໄຊ Jose Marti, ເຊິ່ງແມ່ນຫຼຽນໄຊອັນສູງສົ່ງທີ່ສຸດຂອງລັດ ກຸຍບາ ໃຫ້ແກ່ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ.

        ການຢ້ຽມຢາມກຸຍບາ ຄັ້ງນີ້ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ບັນລຸຜົນສຳເລັດຢ່າງຈົບງາມທີ່ສຸດ, ເປີດໄລຍະຮ່ວມມືພັດທະນາໃໝ່ລະຫວ່າງຫວຽດນາມ ແລະ ກຸຍບາ, ພ້ອມກັນນັ້ນໄດ້ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ