ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ: ອະ​ນຸ​ຊົນ​ສືບ​ຕໍ່​ສືບ​ທອດ​ລຸ້ນ​ພໍ່​ລຸ້ນ​ອ້າຍ, ອອກ​ ​ແຮງ​ແຂ່​ງ​ຂັນ​ກັນ​ໃນ​ການ​ຮ່ຳ​ຮຽນ ແລະ ຝືກ​ຝົນຫຼໍ່ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ

(VOVWORLD) -ງານມະໂຫລານອະນຸຊົນດີເດັ່ນບັນດາເຜົ່າທົ່ວປະເທດຄັ້ງທີ IV, ປີ 2022 ຈະດຳເນີນແຕ່ວັນທີ 21 ກັນຍາ ຫາວັນທີ 23 ກັນຍາຢູ່ນະຄອນຫຼວງຮ່າໂນ້ຍ ແລະ ແຂວງຝູເທາະ.
ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ: ອະ​ນຸ​ຊົນ​ສືບ​ຕໍ່​ສືບ​ທອດ​ລຸ້ນ​ພໍ່​ລຸ້ນ​ອ້າຍ, ອອກ​ ​ແຮງ​ແຂ່​ງ​ຂັນ​ກັນ​ໃນ​ການ​ຮ່ຳ​ຮຽນ ແລະ ຝືກ​ຝົນຫຼໍ່ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບອະນຸຊົນດີເດັ່ນ 263 ຄົນ ເຊິ່ງຕາງໜ້າໃຫ້ອະນຸຊົນຂອງ 54 ຊົນເຜົ່າໃນທົ່ວປະເທດ (ພາບ: TTXVN)

ຕອນເຊົ້າວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບອະນຸຊົນດີເດັ່ນ 263 ຄົນ ເຊິ່ງຕາງໜ້າໃຫ້ອະນຸຊົນຂອງ 54 ຊົນເຜົ່າໃນທົ່ວປະເທດ ທີ່ເຂົ້າຮ່ວມງານມະໂຫລານອະນຸຊົນດີເດັ່ນ ບັນດາເຜົ່າໃນທົ່ວປະເທດຄັ້ງທີ IV, ປີ 2022.

ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງນ້ຳໃຈຄວາມຮັກແພງໄປຍັງບັນດານ້ອງນ້ອຍ. ທ່ານປະທານປະເທດ ຫວັງວ່ານ້ອງໆອະນຸຊົນຈະເສີມຂະຫຍາຍມູນເຊື້ອຂອງຊາດ, ສືບທອດ ລຸ້ນພໍ່ລຸ້ນອ້າຍ, ອອກເຫື່ອແຮງແຂ່ງຂັນກັນໃນການຮ່ຳຮຽນ ແລະ ຝືກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ແມ່ນລູກຫຼານຜູ້ດີເດັ່ນໃນມະຫາຄອບຄົວບັນດາເຜົ່າ ຫວຽດນາມ.

ງານມະໂຫລານອະນຸຊົນດີເດັ່ນບັນດາເຜົ່າທົ່ວປະເທດຄັ້ງທີ IV, ປີ 2022 ຈະດຳເນີນແຕ່ວັນທີ 21 ກັນຍາ ຫາວັນທີ 23 ກັນຍາຢູ່ນະຄອນຫຼວງຮ່າໂນ້ຍ ແລະ ແຂວງຝູເທາະ.

ຕອບກັບ

ຂ່າວ/ບົດ​ອື່ນ