ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ປີ 2022 ຂອງ​ກຸ່ມ​ບໍ​ລິ​ສັດຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ ແລະ ສະມາຄົມໜັງ, ເກີບ, ຖົງພາຍ ຫວຽດນາມ ໄດ້ຈັດຕັ້ງພິທີປຸກລະດົມການແຂ່ງຂັນປີ 2022.
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ປຸກ​ລະ​ດົມ​ການ​ແຂ່ງ​ຂັນ​ປີ 2022 ຂອງ​ກຸ່ມ​ບໍ​ລິ​ສັດຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢ້ຽມຢາມໂຮງງານຕ່ຳແຜ່ນຕັດຫຍິບ 10

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຫວຽດນາມ, ສະຫະສະມາຄົມຕ່ຳແຜ່ນຕັດຫຍິບ, ສະຫະສະມາຄົມໜັງ, ເກີບ ແລະ ຖົງພາຍ ຕ້ອງສືບຕໍ່ຮັກສາ, ເສີມຂະຫຍາຍໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນປີ 2021, ຮັບປະກັນການຜະລິດຢ່າງປອດໄພ, ໂດຍສະເພາະແມ່ນປຸກລະດົມບັນດາຂະບວນການແຂ່ງຂັນອອກແຮງງານທຳການຜະລິດ, ປ່ຽນແປງໃໝ່ປະດິດຄິດສ້າງ. ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ຫວຽດນາມ ຕ້ອງມີ 30 ເຄື່ອງໝາຍການຄ້າຕ່ຳແຜ່ນຕັດຫຍິບທີ່ທຽບເທົ່າກັບໂລກ. ນີ້ແມ່ນເປົ້າໝາຍສູ້ຊົນທີ່ມີຄວາມສຳຄັນທີ່ສຸດເພື່ອໃຫ້ພວກເຮົາມີເຄື່ອງໝາຍການຄ້າຢ່າງແທ້ຈິງ, ກາຍເປັນອານາຈັກແຫ່ງການຕ່ຳແຜ່ນຕັດຫຍິບ, ເປັນສູນແຟຊັນຂອງໂລກ ຢູ່ ຫວຽດນາມ. ຫວຽດນາມ ແມ່ນ 1 ໃນ 4 ປະເທດທີ່ມີປະລິມານຫຼາຍທີ່ສຸດໃນໂລກ, ແຕ່ວ່າມູນຄ່າເພີ່ມຂອງຜະລິດຕະພັນ, ສູນແຟຊັນຂອງໂລກນັ້ນ ຕ້ອງສູ້ຊົນໃຫ້ຫຼາຍກວ່າອີກ, ໂດຍສະເພາະແມ່ນເມື່ອ ຫວຽດນາມ ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ການພັດທະນາຂະແໜງຕ່ຳແຜ່ນຕັດຫຍິບ, ແຟຊັນກໍມີຄວາມສຳຄັນທີ່ສຸດ”.

        ປີ 2021, ວົງເງິນການຄ້າສົ່ງອອກໃນທົ່ວຂະແໜງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ບັນລຸ 39 ຕື້ USD, ເພີ່ມຂຶ້ນ 11% ເມື່ອທຽບໃສ່ປີ 2020.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ