ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 550 ປີແຫ່ງວັນຖານະນາມ ກວາງນາມ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກວາງນາມ ຈົ່ງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ຫາຍາກຂອງແຂວງທີ່ນອນຢູ່ເຂດໃຈກາງເຂດເສດຖະກິດຈຸດສຸມໃຫ້ເປັນຢ່າງດີກວ່າ
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 550 ປີແຫ່ງວັນຖານະນາມ ກວາງນາມ - ảnh 1(ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 28 ທັນວາ, ຢູ່ນະຄອນ ຕາມກີ, ແຂວງ ກວາງນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 550 ປີແຫ່ງວັນຖານະນາມ ກວາງນາມ (1471 - 2021).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກເຖິງບັນດາຄຸນຄ່າວັດທະນະທຳ, ປະຫວັດສາດອັນສະຫງ່າອົງອາດຂອງດິນແດນ ກວາງນາມ ໃນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາກ່ອນນີ້ 550 ປີ; ພ້ອມທັງຢືນຢັນວ່າ ພາຍຫຼັງໄລຍະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ແລະ 25 ປີແຫ່ງວັນສ້າງຕັ້ງແຂວງ ຄືນໃໝ່, ກວາງນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ຮອບດ້ານໃນທຸກຂົງເຂດ.

        ໂດຍເສີມຂະຫຍາຍໝາກຜົນດັ່ງກ່າວ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກວາງນາມ ຈົ່ງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງທີ່ຫາຍາກຂອງແຂວງທີ່ນອນຢູ່ເຂດໃຈກາງເຂດເສດຖະກິດຈຸດສຸມໃຫ້ເປັນຢ່າງດີກວ່າ, ສຸມໃສ່ພັດທະນາທ່າແຮງກ່ຽວກັບອຸດສາຫະກຳ, ໂດຍສະເພາະແມ່ນອຸດສາຫະກຳປຸງແຕ່ງ, ຜະລິດ; ຂະແໜງທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ, ສົ່ງເສີມການລົງທຶນຢ່າງແຮງໃຫ້ແກ່ການສຶກສາ ແລະ ເບິ່ງແຍງສຸຂະພາບ… ທາງແຂວງຄວນສຸມແຫຼ່ງກຳລັງເພື່ອຟື້ນຟູເສດຖະກິດ, ໜູນຊ່ວຍບັນດາວິສາຫະກິດຟື້ນຟູການຜະລິດ. ທ່ານປະທານປະເທດຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກວາງນາມ ພ້ອມກັບບັນດາແຂວງທາງພາກກາງ ຍາດແຍ່ງກາລະໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສືບຕໍ່ຍາດໄດ້ຜົນງານໃຫຍ່ຫຼວງກວ່າເກົ່າ, ປະກອບສ່ວນເຂົ້າໃນການພັດທະນາວັດທະນາຖາວອນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ