ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດອະນຸສອນສະຖານພໍ່ແມ່ປະຊາຊົນ, ນັກຮົບພາກໃຕ້ ເຕົ້າໂຮມເດີນທາງໄປພາກເໜືອ

(VOVWORLD) -ນັບແຕ່ກາງເດືອນ ຕຸລາ 1945 ຫາເດືອນ ພຶດສະພາ 1955, ອົງຄະນະພັກ ແລະ ປະຊາຊົນແຂວງ ແທັງຮວາ ໄດ້ຕ້ອນຮັບນັກຮົບຖືກບາດເຈັບ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ຄອບຄົວພະນັກງານຢູ່ທາງພາກໃຕ້ ຫວຽດນາມ ເຕົ້າໂຮມກັນໄປພາກເໜືອ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດອະນຸສອນສະຖານພໍ່ແມ່ປະຊາຊົນ, ນັກຮົບພາກໃຕ້ ເຕົ້າໂຮມເດີນທາງໄປພາກເໜືອ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຊົມຮູບຈຳລອງເຂດອະນຸສອນສະຖານ
(ພາບ: TTXVN)

ຕອນເຊົ້າວັນທີ 28 ສິງຫາ, ຢູ່ນະຄອນ ເຊິມເຊີນ, ແຂວງ ແທງຮວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດອະນຸສອນສະຖານພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ ແລະ ນັກສຶກສາພາກໃຕ້ ເຕົ້າໂຮມເດີນທາງໄປພາກເໜືອ ຢູ່ບ້ານ ກວາງຕຽນ. ຢູ່ສະຖານທີ່ກໍ່ສ້າງເຂດອະນຸສອນສະຖານ ແລະ ບາງເຂດອື່ນ,  ນັບແຕ່ກາງເດືອນ ຕຸລາ 1945 ຫາເດືອນ ພຶດສະພາ 1955, ອົງຄະນະພັກ ແລະ ປະຊາຊົນແຂວງ ແທັງຮວາ ໄດ້ຕ້ອນຮັບນັກຮົບຖືກບາດເຈັບ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ຄອບຄົວພະນັກງານຢູ່ທາງພາກໃຕ້ ຫວຽດນາມ ເຕົ້າໂຮມກັນໄປພາກເໜືອ. ກິດຈະກຳດັ່ງກ່າວ ກໍ່ເພື່ອແນໃສ່ຕອບບຸນແທນຄຸນແຂວງ ແທັງຮວາ ໄດ້ແບ່ງປັນ ແລະ ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ພໍ່ແມ່ປະຊາຊົນທາງພາກໃຕ້.

ແລະກໍ່ໃນຕອນເຊົ້າວັນທີ 28 ສິງຫາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ເຊິມເຊີນ ຍ້ອນມີຜົນງານດີເດັ່ນໃນຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ ໄລຍະ 2016 - 2020”.

ຕອບກັບ

ຂ່າວ/ບົດ​ອື່ນ