ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76

(VOVWORLD) -ເຂົ້າຮ່ວມວາລະໄຂ ມີບັນດາປະມຸກລັດ ແລະ ຜູ້ຕາງໜ້າຂັ້ນສູງຂອງ 193 ປະເທດສະມາຊິກສະຫະປະຊາຊາດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 - ảnh 1ພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76
(ພາບ: TTXVN)

ຕອນເຊົ້າວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ, ປະເທດອາເມລິກາ, ໄດ້ດຳເນີນພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ດ້ວຍຫົວຂໍ້ “ພ້ອມກັນໝັ້ນໃຈ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ- ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ສ້າງຄວາມໝັ້ນຄົງຄືນໃໝ່, ປົກປ້ອງໜ່ວຍໂລກ, ຊຸກຍູ້ສິດທິມະນຸດ ແລະ ປັບປຸງສະຫະປະຊາຊາດ”. ເຂົ້າຮ່ວມວາລະໄຂ ມີບັນດາປະມຸກລັດ ແລະ ຜູ້ຕາງໜ້າຂັ້ນສູງຂອງ 193 ປະເທດສະມາຊິກສະຫະປະຊາຊາດ. ຄະນະຜູ້ແທນຫວຽດນາມ ໂດຍທ່ານປະທານປະເທດ ຫວຽນຊວັນຟຸກ ນຳໜ້າເຂົ້າຮ່ວມພິທີໄຂວາລະສົນທະນາສຳຄັນດັ່ງກ່າວ.

        ວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ແມ່ນເຫດການສາກົນສຳຄັນແຖວໜ້າ, ເພື່ອໃຫ້ການນຳຂັ້ນສູງກວ່າ 100 ປະເທດໃນໂລກພ້ອມກັນປຶກສາຫາລື ແລະ ຍົກອອກບັນດາມາດຕະການແກ້ໄຂ, ຂໍ້ສະເໜີການກະທຳຫຼາຍຝ່າຍ ເພື່ອແນໃສ່ແກ້ໄຂບັນດາບັນຫາທົ່ວໂລກຄື: ຜົນກະທົບທີ່ແກ່ຍາວຂອງໂລກລະບາດໂຄວິດ-19, ການຟື້ນຟູ ແລະ ການພັດທະນາແບບຍືນຍົງ, ບັນດາຈຸດຮ້ອນເຮັ່ງຢູ່ບັນດາເຂດ ແລະ ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ…

        ວາລະສົນທະນາຮ່ວມຂັ້ນສູງນີ້ຈະສືບຕໍ່ດຳເນີນໄປຮອດວັນທີ 27 ກັນຍາ ແລະ ຕາມລາຍການແລ້ວ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະມີບົດກ່າວປາໄສສຳຄັນໃນຕອນບ່າຍວັນທີ 22 ກັນຍາ (ຕາມເວລານິວຢອກ).

ຕອບກັບ

ຂ່າວ/ບົດ​ອື່ນ