ທ່ານປະທານປະເທດ ຫງວຽນຊວນຟຸກ ເດີນທາງໄປຢ້ຽມຢາມ ສະວິດ ຢ່າງເປັນທາງການ

(VOVWORLD) -ໃນການຢ້ຽມຢາມ, ການນຳສອງປະເທດຈະປຶກສາຫາລືບັນດາມາດຕະການເພື່ອຊຸກຍູ້, ຍົກລະດັບການພົວພັນຄູ່ຮ່ວມມືຂຶ້ນສູ່ລະດັບສູງໃຫມ່, ນຳການພົວພັນສອງຝ່າຍ ຫວຽດນາມ ແລະ ສະວິດເຂົ້າສູ່ລວງເລິກ
ທ່ານປະທານປະເທດ ຫງວຽນຊວນຟຸກ ເດີນທາງໄປຢ້ຽມຢາມ ສະວິດ ຢ່າງເປັນທາງການ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ເດີນທາງໄປຢ້ຽມຢາມ ສະວິດ. (ພາບ: TTXVN)

ຕອນຄ່ຳວັນທີ 25 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ ອອກຈາກ ຮ່າໂນ້ຍ ເດີນທາງໄປຢ້ຽມຢາມ ສະວິດ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ Guy Parmelin ປະທານາທິບໍດີ ສະວິດ. ນີ້ແມ່ນການຢ້ຽມຢາມ ເອີລົບ ຄັ້ງທຳອິດໃນຖານະທ່ານ ຫງວຽນຊວນຟຸກ ເປັນປະທານປະເທດຫວຽດນາມ. ການຢ້ຽມຢາມ ມີຄວາມໝາຍສຳຄັນ ແມ່ນກົງກັບໂອກາດສອງປະເທດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1971-2021), ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສະຫນິດຕິດພັນລະຫວ່າງສອງປະເທດ, ເປີດກາລະໂອກາດຮ່ວມມືໃຫມ່ໃນອະນາຄົດ.

 ໃນການຢ້ຽມຢາມ, ການນຳສອງປະເທດຈະປຶກສາຫາລືບັນດາມາດຕະການເພື່ອຊຸກຍູ້, ຍົກລະດັບການພົວພັນຄູ່ຮ່ວມມືຂຶ້ນສູ່ລະດັບສູງໃຫມ່, ນຳການພົວພັນສອງຝ່າຍ ຫວຽດນາມ ແລະ ສະວິດເຂົ້າສູ່ລວງເລິກ, ມີຄຸນນະພາບໃນຊຸມປີຈະມາເຖິງໃນທຸກຂົງເຂດ ການເມືອງ - ການທູດ, ການຄ້າການລົງທຶນ, ການຮ່ວມມືພັດທະນາ, ວັດທະນະທຳ ການສຶກສາ. ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ສອງປະເທດຊຸກຍູ້ການເຊັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມສະຫະພັນການຄ້າເສລີ ເອີລົບ. ສັນຍາໄດ້ຮັບຄວາມຫວັງວ່າ ຈະເປີດບັນດາກາລະໂອກາດຮ່ວມມືໃຫຍ່ກ່ຽວກັບດ້ານການຄ້າ, ການລົງທຶນ, ຮ່ວມມືພັດທະນາແບບຍືນຍົງ, ປ່ຽນໃຫມ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ. 

ຕອບກັບ

ຂ່າວ/ບົດ​ອື່ນ