ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ແລະ ການ​ນຳ​ບັນ​ດາ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງຝ່າຍ

(VOVWORLD) -ໂດຍສືບຕໍ່ໂຄງການເຮັດວຽກຢູ່ ນິວຢອກ, ປະເທດ ອາເມລິກາ, ວັນທີ 22 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານປະທານາທິບໍດີ ບັນດາປະເທດ: ມົງໂກລີ, ສະວິດ ແລະ ໂອຕາລິດ ແລະ ທ່ານປະທານສະພາເອີລົບ (EU).



ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ແລະ ການ​ນຳ​ບັນ​ດາ​ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງຝ່າຍ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບ ທ່ານປະທານາທິບໍດີ ມົງໂກລີ Ukhnaagin Khurelsukh

ທີ່ການພົບປະກັບທ່ານປະທານາທິບໍດີ ມົງໂກລີ Ukhnaagin Khurelsukh, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ມົງໂກລີ Ukhnaagin Khurelsukh ພ້ອມກັນຢັ້ງຢືນວ່າ ຍາມໃດກໍ່ຖືການພົວພັນມິດຕະພາບຖານອ້າຍນ້ອງລະຫວ່າງສອງປະເທດ ເປັນສຳຄັນ, ເຫັນດີເປັນເອກະພາບເສີມຂະຫຍາຍບົດບາດຂອງກົນໄກຄະນະກຳມະການລະຫວ່າງລັດຖະບານ, ຍູ້ແຮງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຜ່ານນັ້ນ ສ້າງສະພາບແວດລ້ອມແຫ່ງຄວາມສະດວກເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດ.

ທີ່ການຕ້ອນຮັບທ່ານປະທານາທິບໍດີ ສະວິດ Guy Parmelin, ທ່ານປະທານປະເທດໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກ ສືບຕໍ່ໄດ້ຮັບການໜູນຊ່ວຍ ODA ຂອງ ສະວິດ ຜ່ານບັນດາໂຄງການພັດທະນາໃຫ້ແກ່ໄລຍະຈະມາເຖິງ ເພື່ອອາດຈະສຳຜັດ ແລະປັບຕົວໃຫ້ແທດເໝາະຢ່າງງ່າຍດາຍກ່ວາໃນສະພາບການໃໝ່ ຫຼັງໂຄວິດ - 19.

ທີ່ການຕ້ອນຮັບທ່ານປະທານສະພາເອີລົບ Charles Michel, ການນຳສອງທ່ານໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຍູ້ແຮງການພົວພັນຮ່ວມມືໃນຫຼາຍດ້ານ, ສອງຝ່າຍເຊື່ອມຕໍ່ການເຄື່ອນໄຫວແລກປ່ຽນຄະນະ ແລະ ພົບປະໃນທຸກຂັ້ນ ໂດຍໄວ, ເສີມຂະຫຍາຍບັນດາກົນໄກຮ່ວມມື, ການໂອ້ລົມທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ ແລະ ມີບັນດາມາດຕະການຊຸກຍູ້ການພົວພັນ. ທ່ານປະທານປະເທດ ໄດ້ສະເໜີໃຫ້ EU ຊຸກຍູ້ບັນດາປະເທດສະມາຊິກ EU ປະຕິບັດລະບຽບການໃຫ້ສັດຕະຍາບັນ ສັນຍາ EVIPA ໂດຍໄວ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ການນຳບັນດາປະເທດກໍ່ໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ, ກ່ຽວກັບຄວາມສຳຄັນ ຂອງການສ້າງລະບົບຫຼາຍຝ່າຍທີ່ມີຢູ່ແລ້ວ, ຖື ສປຊ ເປັນໃຈກາງ, ປະຕິບັດຢ່າງຖືກຕ້ອງຕາມກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີ ໃນການເດີນເຮືອ ແລະ ການບິນ ຢູ່ບັນດາເຂດທະເລ, ໃນນັ້ນມີ ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ