ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານເຂົ້າ​ຢ້​ຽມ​ອຳ​ລາ

(VOVWORLD) - ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບັນດາປະເທດ ອາຣັບບິ ຊາອຸດິ, ອິດສະລາແອັນ, ອາແຊກໄບຊານເຂົ້າຢ້ຽມອຳລາ.
ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານເຂົ້າ​ຢ້​ຽມ​ອຳ​ລາ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາຣັບບິ ຊາອຸດິດ Saud F.M AlSuwelim (ພາບ: TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາຣັບບິ ຊາອຸດິດ Saud F.M AlSuwelim, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະຕັ້ງໜ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສ້າງເງື່ອນໄຂໃຫ້ແກ່ສິນຄ້າ ທີ່ເປັນທ່າແຮງຂອງແຕ່ລະຝ່າຍ ໄດ້ແຊກຊືມເຂົ້າຕະຫຼາດຂອງກັນ, ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ, ການສຶກສາບຳລຸງສ້າງ, ແຮງງານ…

        ຕີລາຄາສູງອາຍຸການປະຕິບັດງານຂອງທ່ານເອກອັກຄະລັດຖະທູດ ອິດສະລາແອັນ Nadav Eshcar ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ ປີ 2023 ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສອງປະເທດ, ອົງການທີ່ມີໜ້າທີ່ຮັບຜິດຊອບສອງປະເທດ ຄວນມີແຜນການຈັດຕັ້ງບັນດາໂຄງການລະອຽດເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດ, ໄປຄຽງຄູ່ກັນນັ້ນ, ສອງຝ່າຍຄວນຍູ້ແຮງການຮ່ວມມືທີ່ມີປະສິດທິຜົນໃນຂົງເຂດວິທະຍາສາດ - ເຕັກໂນໂລຢີ.

        ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອາແຊກໄບຊານ Anar Lachin oglu Imanov ເຂົ້າຢ້ຽມອຳລາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບອາແຊກໄບຊານ, ສະເໜີໃຫ້ 2 ຝ່າຍຮັກສາ ແລະ ເພີ່ມທະວີການແລກປ່ຽນຄຳເຫັນກ່ຽວກັບນະໂຍບາຍການຕ່າງປະເທດ ຂອງກັນ ກໍ່ຄືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສົມທົບກັນຢ່າງມີປະສິດທິຜົນໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ