ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານສະຫະພັນວົງການເຈົ້າຂອງວິສາຫະກິດ ສ.ເກົາຫຼີ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ, ຈຸດສຸມຂອງການຮ່ວມມື 2 ຝ່າຍ ຫວຽດນາມ - ສ.ເກົາຫຼີ ແມ່ນເສດຖະກິດ, ການຄ້າ, ການລົງທຶນ.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານສະຫະພັນວົງການເຈົ້າຂອງວິສາຫະກິດ ສ.ເກົາຫຼີ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ທ່ານປະທານສະຫະພັນວົງການເຈົ້າຂອງວິສາຫະກິດ ສ.ເກົາຫຼີ, ປະທານກຸ່ມບໍລິສັດ CJ, Sohn Kyung Shik
(ພາບ: TTXVN)

        ຕອນບ່າຍວັນທີ 23 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທີ່ການຕ້ອນຮັບທ່ານປະທານສະຫະພັນວົງການເຈົ້າຂອງວິສາຫະກິດ ສ.ເກົາຫຼີ, ປະທານກຸ່ມບໍລິສັດ CJ, ທ່ານ Sohn Kyung Shik. ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ, ຈຸດສຸມຂອງການຮ່ວມມື 2 ຝ່າຍ ຫວຽດນາມ - ສ.ເກົາຫຼີ ແມ່ນເສດຖະກິດ, ການຄ້າ, ການລົງທຶນ. ເລື່ອງມີວິສາຫະກິດຫຼາຍແຫ່ງໄປພ້ອມກັບທ່ານປະທານາທິບໍດີ Yoon Suk Yeol ມາ ຫວຽດນາມ ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນຮ່ວມມືຢ່າງແຮງລະຫວ່າງ 2 ປະເທດໃນຂົງເຂດນີ້.

        ສ່ວນທ່ານ Sohn Kyung Shik ໃຫ້ຮູ້ວ່າ, ມີກຸ່ມບໍລິສັດ, ວິສາຫະກິດກວ່າ 200 ແຫ່ງໄປພ້ອມກັບປະທານາທິບໍດີ ສ.ເກົາຫຼີ ໃນການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຊອກຫາກາລະໂອກາດລົງທຶນ ແລະ ເປີດກວ້າງການລົງທຶນ, ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະຖານທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ບັນດານັກລົງທຶນ ສ.ເກົາຫຼີ. ນອກນັ້ນ, CJ ກໍ່ມີແຜນການເປີດກວ້າງການຜະລິດ, ປຸງແຕງບັນດາຜະລິດຕະພັນທັນຍາຫານ, ນຳ ຫວຽດນາມ ກາຍເປັນສູນຜະລິດທັນຍາຫານ ສົ່ງອອກໄປຍັງບັນດາຕະຫຼາດໃຫຍ່ຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ