ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດບັງກະລາເທດ

(VOVWORLD) -  ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າ ເຖິງວ່າໃນບໍ່ວ່າຖານະຕຳແໜ່ງ, ວຽກງານໃດກໍຕາມ, ທ່ານນາງເອກອັກຄະລັດຖະທູດ ສືບຕໍ່ສະຫງວນນ້ຳໃຈອັນດີງາມຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ, ຍາມໃດກໍ່ແມ່ນເພື່ອນມິດທີ່ສະໜິດສະໜົມ, ປະກອບສ່ວນ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ບັງກະລາເທດຢ່າງບໍ່ຢຸດຢັ້ງ. 
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບເອກອັກຄະລັດຖະທູດບັງກະລາເທດ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາງ Samina Naz, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ບັງກະລາເທດ
(ພາບ: TTXVN)

ຕອນເຊົ້າວັນທີ 15 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງ Samina Naz, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ບັງກະລາເທດ, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າ ເຖິງວ່າໃນບໍ່ວ່າຖານະຕຳແໜ່ງ, ວຽກງານໃດກໍຕາມ, ທ່ານນາງເອກອັກຄະລັດຖະທູດ ສືບຕໍ່ສະຫງວນນ້ຳໃຈອັນດີງາມຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ, ຍາມໃດກໍ່ແມ່ນເພື່ອນມິດທີ່ສະໜິດສະໜົມ, ປະກອບສ່ວນ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ ຫວຽດນາມ ແລະ ບັງກະລາເທດຢ່າງບໍ່ຢຸດຢັ້ງ. ທ່ານປະທານປະເທດ ສະເໜີວ່າສອງປະເທດເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ; ຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ, ພິເສດແມ່ນການຄ້າ, ການລົງທຶນ; ສູ້ຊົນບັນລຸເປົ້າໝາຍບັນລຸວົງເງິນການຄ້າສອງປະເທດ 2 ຕື້ໂດລະສະຫະລັດ ໄວກວ່າການຄາດຄະເນ (ປີ 2022 ບັນລຸ 1,5 ຕື້ໂດລາສະຫະລັດ). ທ່ານປະທານປະເທດ ກໍ່ສະເໜີວ່າ ສອງປະເທດສືບຕໍ່ສະໜັບສະໜູນໃນບັນດາເວທີປາໄສຫຼາຍຝ່າຍພາກພື້ນ ແລະ ໃນໂລກ. ຫວຽດນາມ ສະໜັບສະໜູນເລື່ອງເພີ່ມທະວີການພົວພັນລະຫວ່າງບັງກະລາເທດ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

        ສ່ວນທ່ານນາງເອກອັກຄະລັດຖະທູດ Samina Naz ເນັ້ນໜັກວ່າ: ບັງກະລາເທດ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຮຽນຮູ້ເອົາບົດຮຽນໃນການພັດທະນາຂອງ ຫວຽດນາມ. ທ່ານນາງ Samina Naz ປາດຖະໜາຢາກກາຍເປັນທູດໄມຕີຈິດຂອງ ຫວຽດນາມ ໃນບໍ່ວ່າວຽກງານໃດໆເຊິ່ງທ່ານນາງຮັບຜິດຊອບໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ