ທ່ານປະທານປະເທດ ຫວໍ້ວັນເຖືອງ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

(VOVWORLD) - ລຸ້ນຕ່າງໆໃນປະຈຸບັນໄດ້ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບຢ່າງຂອງ ເພີ່ນ ຢ່າງບໍ່ຢຸດຢັ້ງ
ທ່ານປະທານປະເທດ ຫວໍ້ວັນເຖືອງ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ - ảnh 1(ທ່ານປະທານປະເທດ ຫວໍ້ວັນເຖືອງ ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດອາໄລຫາປະມານ ໂຮ່ຈີມິນ)

          ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2023) ແລະ ວັນຊາດ (02 ກັນຍາ 1945 – 02 ກັນຍາ 2023), 54 ປີແຫ່ງວັນປະທານ ໂຮ່ຈີມິນ ຫຼວ່ງລັບໄປ (02 ກັນຍາ 1969 – 02 ກັນຍາ 2023) ແລະ 54 ປີແຫ່ງການປະຕິບັດຄຳພິໄນກຳຂອງ ເພີ່ນ, ຕອນເຊົ້າວັນທີ 27 ສິງຫາ, ຢູ່ຫໍບູຊາປະທານ ໂຮ່ຈີມິນ, ເມືອງ ບາວີ, ຮ່າໂນ້ຍ, ທ່ານປະທານປະເທດ ຫວໍ້ວັນເຖືອງ ໄດ້ເປັນປະທານພິທີຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດ ດິງວົວ, ພູ ບາວີ.

          ຂຽນປື້ມບັນທຶກຢູ່ທີ່ນີ້, ທ່ານປະທານປະເທດສະແດງຄວາມຮູ້ບຸນຄຸນ, ຈົດຈຳຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່. ລຸ້ນຕ່າງໆໃນປະຈຸບັນໄດ້ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບຢ່າງຂອງ ເພີ່ນ ຢ່າງບໍ່ຢຸດຢັ້ງ; ສາມັກຄີກັນສູ້ຊົນ, “ສ້າງສາປະເທດຫວຽດນາມ ແຫ່ງສັນຕິພາບ, ເປັນເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ວັດທະນາຖາວອນ, ປະກອບສ່ວນເຂົ້າໃນພາລະກິດການປະຕິວັດຂອງໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ