ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖ​ືອງ ພົບ​ປະ, ແລກ​ປ່ຽນ​ກັບ ​​​ສະ​ຫະ​ພັນ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ - APEC

(VOVWORLD) - ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ມີຄວາມດຶງດູດໃຈ ແລະ ຫວຽດນາມ ພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປັບປຸງ ສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂສະດວກກ່ວາອີກ ໃຫ້ແກ່ວິສາຫະກິດຕ່າງປະເທດເວົ້າລວມ, ວິສາຫະກິດ ອາເມລິກາ ເວົ້າສະເພາະ
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖ​ືອງ ພົບ​ປະ, ແລກ​ປ່ຽນ​ກັບ ​​​ສະ​ຫະ​ພັນ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ - APEC - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ພົບປະແລກປ່ຽນກັບສະຫະພັນ ວິສາຫະກິດ ອາເມລິກາ - APEC
(ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດໂຄງການເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ສົມທົບການເຄື່ອນໄຫວສອງຝ່າຍ ຢູ່ ອາເມລິກາ, ວັນທີ 15 ພະຈິກ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ພົບປະແລກປ່ຽນກັບສະຫະພັນ ວິສາຫະກິດ ອາເມລິກາ - APEC.

ນະທີ່ນີ້, ຜູ້ຕາງໜ້າບັນດາວິສາຫະກິດ ອາເມລິກາ ປາດຖະໜາຢາກເພີ່ມທະວີການຊອກຫາໂອກາດລົງທຶນ ແລະ ເປີດກວ້າງການດຳເນີນທຸລະກິດຢູ່ ຫວຽດນາມ, ທ່ານສະເໜີໃຫ້ ຫວຽດນາມ ເພີ່ມທະວີການລົງທຶນ, ພັດທະນາບັນດາທ່າອາກາດສະຍານ ແລະ ລະບົບພື້ນຖານໂຄງລ່າງໃນຕົວຈິງ, ພື້ນຖານໂຄງລ່າງດີຈີຕອນ, ຍູ້ແຮງການປະຕິຮູບ, ການເກັບພາສີຜ່ານດ່ານແບບເອເລັກໂຕນິກ…

ສ່ວນທ່ານປະທານປະເທດ ຫວໍວັນເຖືອງ ຊີ້ແຈ້ງວ່າ ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ມີຄວາມດຶງດູດໃຈ ແລະ ຫວຽດນາມ ພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການປັບປຸງ ສະພາບແວດລ້ອມແຫ່ງການລົງທຶນ, ສ້າງເງື່ອນໄຂສະດວກກ່ວາອີກ ໃຫ້ແກ່ວິສາຫະກິດຕ່າງປະເທດເວົ້າລວມ, ວິສາຫະກິດ ອາເມລິກາ ເວົ້າສະເພາະໃນການມາລົງທຶນຢູ່ ຫວຽດນາມ ໃຫ້ບັນລຸປະສິດທິຜົນສູງ, ນຳຜົນປະໂຫຍດມາໃຫ້ບັນດາວິສາຫະກິດ ແລະ ຊາວຫວຽດນາມ.

ແລະກໍ່ໃນຕອນເຊົ້າວັນທີ 16 ພະຈິກ ຕາມເວລາຮ່າໂນ້ຍ, ຢູ່ນະຄອນ San Francisco, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການໂອ້ລົມເຈລະຈາໂຕະມົນເຊື່ອມຕໍ່ວິສາຫະກິດກັບທ້ອງຖິ່ນ ຫວຽດນາມ - ອາເມລິກາ. ກ່າວຄຳເຫັນທີ່ການໂອ້ລົມເຈລະຈາ, ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະມີການພັດທະນາຢ່າງຕັ້ງໜ້າ ແລະ ແຮງກ່ວາອີກໃນໄລຍະຈະມາເຖິງ, ຢັ້ງຢືນວ່າ ຫວຽດນາມ ຈະຕ້ອນຮັບບັນດານັກລົງທຶນ ອາເມລິກາ ມາລົງທຶນ ເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ພວມມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ